ເຈົ້າໜ້າທີ່ຕຳຫຼວດ ມາເລເຊຍ ຖະແຫຼງການ ໃນວັນທີ 9 ກໍລະກົດ ທີ່ຜ່ານມາ ວ່າ: ຄວບຄຸມຕົວຊາວຕ່າງຊາດ 4 ຄົນ ຕ້ອງສົງໄສພົວພັນກັບ ກຸ່ມປະກອບອາວຸດ ມີທັງຊາວໂຣຮິງຢາ, ຊາວຟິລິບປິນ ແລະ ຊາວອິນເດຍ.

ເວັບໄຊ ແຊນຊັນນິວສ໌ ເອເຊຍ ຂອງສິງກະໂປ ລາຍງານວ່າ:

ຜູ້ບັນຊາການຕຳຫຼວດແຫ່ງຊາດ ມາເລເຊຍ ຖະແຫຼງວ່າ:ຜູ້ຖືກສົງໄສຊາວໂຣຮິງຢາ 2 ຄົນ ຖືກຄວບຄຸມຕົວ ໃນສະຖານໃຫ້ການສະໜັບສະໜຸນກອງທັບປົດປ່ອຍອາຣະກັນ ໂຣຮິງຢາ ເປັນກຸ່ມປະກອບອາວຸດ ທີ່ຖືກລະບຸວ່າ ຢູ່ເບື້ອງຫຼັງການໂຈມຕີຫຼາຍຄັ້ງ ໃນປີ 2017, ຄົນໜຶ່ງອາຍຸ 41 ປີ ເປັນກຳມະກອນກໍ່ສ້າງທີ່ເຄີຍໂພສຄຼິບ ໃນສື່ສັງຄົມອອນລາຍ ຂູ່ເອົາຊີວິດ ນາຍົກລັດຖະມົນຕີ ເຊດ ຮາສິນາ ຂອງບັງກຼາເທດ;

ຜູ້ຖືກສົງໄສຄົນທີ 3 ເປັນຊາວຟິລິບປິນ ອາຍຸ 54 ປີ ຖືກກ່າວຫາວ່າ:

ພົວພັນກັບ ກຸ່ມອາບູໄຊຢາບ ທີ່ພັກດີຕໍ່ ກຸ່ມລັດອິສລາມ ຫຼື ໄອເອສ (IS) ແລະ ພົວພັນກັບ ການລັກພາຕົວໃນນ່ານນໍ້າ ນອກລັດຊາບາ ຂອງມາເລເຊຍ ທີ່ຢູ່ທາງພາກໃຕ້ຂອງຟິລິບປິນ;

ຜູ້ຖືກສົງໄສຄົນທີ 4 ເປັນຊາຍຊາວອິນເດຍ ອາຍຸ 24 ປີເຮັດວຽກເປັນຊ່ງາຊ້ອມບຳລຸງລີບ ຖືກກ່າວຫາວ່າ:

ເປັນຜູ້ປະສານງານໃຫ້ ສະມາຊິກລະດັບສູງຂອງ BKI ເຊິ່ງເປັນກຸ່ມແຍກດິນແດນຊາວຊິກ ແລະ ໂອນເງິນ 7.622 ຣິງກິດ ສະໜັບສະໜຸນການເຄື່ອນໄຫວຂອງກຸ່ມນີ້ ໃນອາຊີຕາເວັນອອກສຽງໃຕ້.

ມາເລເຊຍ ເຝົ້າລະວັງລະດັບສູງ ຕັ້ງແຕ່ຄົນຮ້າຍພົບພັນກຸ່ມ ໄອເອສ ກໍ່ການຮ້າຍຫຼາຍຄັ້ງ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ ໃນເດືອນມັງກອນ 2017 ຕາມດ້ວຍເຫດຂວ້າງລະເບີດບາ ໃນເຂດຊານເມືອງກົວລາລຳເປີ ຂອງມາເລເຊຍ ໃນເດືອນມິຖຸນາ ປີດຽວກັນ ເປັນການກໍ່ການຮ້າຍໃນມາເລເຊຍ ທີ່ກຸ່ມໄອເອສອ່າງຕົວເປັນຄັ້ງທຳອິດ.