ກະຊວງສຶກສາທິການ ມາເລເຊຍ ສັ່ງການໃຫ້ໂຮງຮຽນລັດຖະບານ 11 ແຫ່ງ ແລະ ສະຖານທີ່ສຶກສາຮໍ່າຮຽນເອກະຊົນ ອີກຫຼາຍຮ້ອຍແຫ່ງ
ກະຊວງສຶກສາທິການ ມາເລເຊຍ ສັ່ງການໃຫ້ໂຮງຮຽນລັດຖະບານ 11 ແຫ່ງ ແລະ ສະຖານທີ່ສຶກສາຮໍ່າຮຽນເອກະຊົນ ອີກຫຼາຍຮ້ອຍແຫ່ງ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 25 ມິຖຸນາ ທີ່ຜ່ານມາ ວ່າ: ລັດຖະບານ ມາເລເຊຍ ສັ່ງປິດໂຮງຮຽນຫຼາຍກວ່າ 400 ແຫ່ງ ໃນລັດຢະໂຮ ທາງພາກໃຕ້ຂອງປະເທດ ຫຼັງຈາກສານເຄມີຮົ່ວໄຫຼ ສົ່ງຜົນໃຫ້ມີເດັກນ້ອຍລົ້ມປ່ວຍຫຼາຍສິບຄົນ ເປັນຄັ້ງທີ 2 ໃນຮອບ 3 ເດືອນ.

ກະຊວງສຶກສາທິການ ມາເລເຊຍ ສັ່ງການໃຫ້ໂຮງຮຽນລັດຖະບານ 11 ແຫ່ງ ແລະ ສະຖານທີ່ສຶກສາຮໍ່າຮຽນເອກະຊົນ ອີກຫຼາຍຮ້ອຍແຫ່ງ ໃນເຂດປາຊີກູດັງ ລັດຢະໂຮ ປິດການຮຽນ-ການສອນເປັນເວລາ 3 ມື້ ນັບຈາກວັນທີ 25 ມິຖຸນາ ເປັນຕົ້ນໄປ ຫຼັງຈາກມີເດັກນັກຮຽນຈຳນວນຫຼາຍ ມີບັນຫາຫາຍໃຈລຳບາກ ແລະ ປວດຫາກ.

ທາງດ້ານ ນາຍົກລັດຖະມົນຕີ ມະຫາເທ ໂມຮຳໝັດ ລະບຸວ່າ:

ທາງການມາເລເຊຍ ກຳລັງພະຍາຍາມສືບຫາວ່າ ບໍລິສັດໃດເປັນຜູ້ປ່ອຍມົນລະພິດ ແລະ ເຕືອນວ່າ ຈະໃຊ້ມາດຕະການຂັ້ນເດັດຂາດ.

ກ່ອນໜ້ານີ້, ໃນເດືອນມີນາ ທີ່ຜ່ານມາ ມີໂຮງຮຽນຫຼາຍແຫ່ງໃນພື້ນທີ່ດຽວກັນນີ້ ປິດການຮຽນ-ການສອນເປັນເວລາຫຼາຍມື້ ເຊັ່ນກັນ ຫຼັງພົບວ່າ ມີການປ່ອຍຂອງເສຍເປັນພິດລົງໃນແມ່ນໍ້າ ເຮັດໃຫ້ມີປະຊາຊົນລົ້ມປ່ວຍເຖິງ 5.000 ຄົນ.