ຈີ 20 ຈະເນັ້ນຢໍ້າເຖິງຄວາມສຳຄັນຂອງການສ້າງວົງຈອນທີ່ສ້າງສັນ ເພື່ອໃຫ້ປະໂຫຍດຂອງການເຕີບໃຫຍ່ຢ່າງແຂງແກ່ນ ກະຈາຍທົ່ວເຖິງທຸກເສດຖະກິດ
ຈີ 20 ຈະເນັ້ນຢໍ້າເຖິງຄວາມສຳຄັນຂອງການສ້າງວົງຈອນທີ່ສ້າງສັນ ເພື່ອໃຫ້ປະໂຫຍດຂອງການເຕີບໃຫຍ່ຢ່າງແຂງແກ່ນ ກະຈາຍທົ່ວເຖິງທຸກເສດຖະກິດ

ໜັງສືພິມ ອາຊາຮີ ຂອງຍີ່ປຸ່ນ ລາຍງານ ໃນວັນທີ 26 ມິຖຸນາ ໂດຍຄາດຄະເນ ວ່າ: ຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຫຼື ຈີ 20 (G20) ຈະຮຽກຮ້ອງໃຫ້ໃຊ້ການສົ່ງເສີມການຄ້າເສລີ ເພື່ອເປັນຫົນທາງເຮັດໃຫ້ເສດຖະກິດໂລກເຕີບໃຫຍ່ ໃນກອງປະຊຸມທີ່ນະຄອນໂອຊາກາ ຂອງຍີ່ປຸ່ນ ໃນວັນທີ 28-29 ມິຖຸນານີ້.

ອາຊາຮີ ລາຍງານວ່າ:

ຮ່າງຖະແຫຼງການຂອງກອງປະຊຸມສຸດຍອດ ຈີ 20 ຈະເນັ້ນຢໍ້າເຖິງຄວາມສຳຄັນຂອງການສ້າງວົງຈອນທີ່ສ້າງສັນ ເພື່ອໃຫ້ປະໂຫຍດຂອງການເຕີບໃຫຍ່ຢ່າງແຂງແກ່ນ ກະຈາຍທົ່ວເຖິງທຸກເສດຖະກິດ ແລະ ສົງຄາມການຄ້າ ຈີນ-ສະຫະລັດອາເມລິກາ ທີ່ທຳລາຍບັນຍາກາດທາງທຸລະກິດ ແລະ ກະທົບຕະຫຼາດການເງິນ ຈະມີອິດທິພົນຕໍ່ກອງປະຊຸມນີ້; ເພາະໃນກອງປະຊຸມສຸດຍອດຄັ້ງກ່ອນ ທີ່ນະຄອນຫຼວງບົວໂນສໄອເຣສ ຂອງອາກຊັງຕິນ ໃນເດືອນທັນວາ ປີຜ່ານມາ, ລັດຖະບານ ສະຫະລັດອາເມລິກາ ກົດດັນຈົນກອງປະຊຸມຕ້ອງລົບປະໂຫຍກທີ່ຮຽກຮ້ອງໃຫ້ຕໍ່ຕ້ານ ການປົກປ້ອງທາງການຄ້າ ອອກຈາກຖະແຫຼງການ, ເຊັ່ນດຽວກັບ ຖະແຫຼງການກອງປະຊຸມລະດັບລັດຖະມົນຕີການເງິນ ຈີ 20 ໃນຕົ້ນເດືອນນີ້ ທີ່ບໍ່ມີປະໂຫຍກປະນາມການປົກປ້ອງທາງການຄ້າ ແຕ່ສະມາຊິກບາງປະເທດທີ່ຢູ່ເອີຣົບ ຮຽກຮ້ອງໃຫ້ກອງປະຊຸມສຸດຍອດ ຕ້ອງມີປະໂຫຍກເຕືອນອັນຕະລາຍຂອງ ການໃຊ້ນະໂຍບາຍປົກປ້ອງທາງການຄ້າ.

ອາຊາຮີ ລາຍງານຕື່ມວ່າ:

ຍີ່ປຸ່ນ ໃນຖານະເຈົ້າພາບ ກຳລັງຫາທາງປະນີປະນອມ ແລະ ເນື້ອຫາຮ່າງຖະແຫຼງການ ຈົນເຖິງຂະນະນີ້ ມີປະໂຫຍກສະໜັບສະໜູນການຄ້າເສລີ.

ທາງດ້ານ ສຳນັກຂ່າວ ຣອຍເຕີ ລາຍງານວ່າ:

ຕະຫຼາດ ກຳລັງເຝົ້າຕິດຕາມວ່າ ປະທານາທິບໍດີ ໂດໂນ ທຣຳ ຂອງ ສະຫະລັດອາເມລິກາ ແລະ ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ຈະປູທາງໃຫ້ເກີດການແກ້ໄຂຄວາມເຄັ່ງຕຶງທາງການຄ້າລະຫວ່າງກັນ ຫຼື ບໍ ໃນລະຫວ່າງການຫາລືທີ່ກຳນົດ ຈະມີຂຶ້ນນອກຮອບກອງປະຊຸມສຸດຍອດ ຈີ 20.