ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຕໍ່ສັງຄົມທີ່ເກີດ ຈາກໂຄງການພັດທະນາໃຫ້ພະນັກງານ-ລັດຖະກອນຈາກບັນດາອົງ ກວດກາພາຍນອກ ໃນວັນທີ 24-28 ມິຖຸນາ 2019 ທີ່ບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ເປັນປະທານຂອງ ທ່ານ ເດຊາ ນຸລາດ ແສນດວງເດດ ຮັກສາການຄະນະບໍດີຄະນະວິທະຍາສາດສັງຄົມ ມີນັກສໍາມະນາກອນທີ່ມາຈາກ ກະຊວງ ແລະ ອົງການຈັດຕັ້ງກ່ຽວຂ້ອງ ຈໍານວນ 45 ທ່ານ ຍິງ 14 ທ່ານ.

ທ່ານ ສາຍໃຈ ສີລາເດດ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດຍົກຍ້າຍ (RTC) ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອຖ່າຍຖອດຄວາມຮູ້ດ້ານການປະເມີນຜົນກະທົບຕໍ່ສັງຄົມຂອງໂຄງການພັດທະນາ ໃຫ້ແກ່ພະນັກງານ-ລັດຖະກອນຂອງບັນດາອົງການກວດກາພາຍນອກຕ່າງໆ ທັງເປັນການແລກປ່ຽນບົດຮຽນດ້ານການສຶກສາຄວາມເປັນໄປໄດ້ການສໍາຫຼວດການປະເມີນການວາງແຜນ ການປະຕິບັດຕົວຈິງການຕິດຕາມ-ການກວດກາ-ການປະເມີນຄືນວຽກງານການຄຸ້ມຄອງສັງຄົມທີ່ເກີດຈາກໂຄງການພັດທະນາຕ່າງໆລະຫວ່າງຄູຝຶກສໍາມະນາກອນຊ່ຽວ ຊານຜູ້ພັດທະນາໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງຫົວຂໍ້ເນື້ອໃນການຝຶກອົບຮົມປະກອບມີຄວາມສ່ຽງຜົນກະທົບບັນຫາສັງຄົມທີ່ເກີດຈາກໂຄງການພັດທະນາການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ -ສັງຄົມ ຂອງທະນາຄານໂລກ, ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມການປະເມີນ ຜົນກະທົບຕໍ່ສັງຄົມວັດທະນະທໍາ ແລະ ຊົນເຜົ່າການສຶກສາສັງຄົມ ທາງປະລິມານ ແລະ ຄຸນນະພາບການປະເມີນຜົນກະທົບຕໍ່ສຸຂະພາບ ນອກຈາກນີ້ ຍັງໄດ້ມີການທັດສະນະສຶກສາຢ້ຽມຢາມແລກປ່ຽນບົດຮຽນຢູ່ໂຮງງານສີມັງຫົງ ສື ເມືອງຫີນເຫີບ ໂຄງການປູກກ້ວຍ ແລະ ໂຄງການກໍ່ສ້າງເສັ້ນທາງດ່ວນລົດໄຟລາວ-ຈີນ ຕື່ມອີກ.

ສໍາລັບໂຄງການສ້າງຄວາມສາມາດການສຶກສາປ້ອງກັນສັງຄົມໃຫ້ແກ່ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເຊັນສັນຍາມອບຮັບຢ່າງເປັນທາງການວັນທີ 21 ມິຖຸນາ 2016 ໂດຍການສະໜັບສະໜູນຈາກທະນາຄານໂລກ ຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມພາຍໃຕ້ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 ຢູ່ ສປປ ລາວ ແຕ່ປີ 2016-2020 ເຊິ່ງກິດຈະກໍາຕົ້ນຕໍຂອງ ໂຄງການເນັ້ນໃສ່ການປັບປຸງ ແລະ ອອກແບບຫຼັກສູດຝຶກອົບຮົມໄລຍະສັ້ນນະໂຍບາຍການປະເມີນຜົນ ແລະ ການຄຸ້ມຄອງຄືຫຼັກສູດ ນະໂຍບາຍປ້ອງກັນສັງຄົມການ ປະເມີນຜົນກະທົບຕໍ່ສັງຄົມ ແລະ ຫຼັກສູດການຄຸ້ມຄອງການຈັດສັນຍົກຍ້າຍ; ພ້ອມນີ້ ຈະຕ້ອງນໍາເອົາຫຼັກສູດຝຶກອົບຮົມດັ່ງກ່າວໄປຈັດ ຝຶກໃຫ້ກຸ່ມເປົ້າໝາຍຂອງໂຄງການ ແລະ ສ້າງຄວາມສາມາດໃຫ້ພະນັກງານທີ່ເຮັດວຽກກ່ຽວຂ້ອງໃນການປະເມີນຜົນກະທົບການທົບທວນການອະນຸມັດ ແລະ ການຕິດຕາມກວດກາວຽກງານການຄຸ້ມຄອງສິ່ງແວດລ້ອມການຄຸ້ມຄອງສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ ໂດຍສະເພາະແມ່ນສະຖາບັນການສຶກສາຊັ້ນສູງກະຊວງ ແຜນການ ແລະ ການລົງທຶນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງອຸດສະຫະກໍາ ແລະ ການຄ້າກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອື່ນໆທີ່ກ່ຽວຂ້ອງກັບໂຄງການພັດທະນາ ແລະ ໂຄງການລົງທຶນຕ່າງໆ.