ເລຂາພັກ ບ້ານໜອງປີງຄົນໃໝ່ ຈະສືບຕໍ່ນຳພາສົງເສີມການພະລິດເປັນສິນຄ້າ

0
1146

ໃນຊຸມປີ 2019-2024 ເລຂາພັກບ້ານໜອງປີງຄົນໃໝ່ ຈະສືບຕໍ່ນໍາພາພໍ່-ແມ່ປະຊາຊົນພາຍໃນບ້ານ ສ້າງເສດຖະກິດຄອບຄົວ ໂດຍການສົ່ງເສີມການຜະລິດເປັນສິນຄ້າ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.

ປ່ອນບັດເລືອກຕັ້ງເອົາເລຂາພັກບ້ານຄົນໃໝ່

ໃນກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ ໃນໄລຍະ 5 ປີ ຜ່ານມາຂອງບ້ານໜອງປີງ, ບັນດາພໍ່-ແມ່ປະຊາຊົນພາຍໃນບ້ານໄດ້ປ່ອນບັດເລືອກຕັ້ງເອົາເລຂາພັກບ້ານຄົນໃໝ່ ໂດຍໄດ້ເປັນເອກະສັນກັນເລືອກເອົາ ທ່ານ ສົມລິດ ພົນພັກດີ ເປັນເລຂາພັກບ້ານໜອງປີງ ເພື່ອສືບຕໍ່ຊີ້ນໍາ-ນໍາພາທິດທາງແຜນການຂອງ ແຕ່ລະວຽກງານທີ່ວາງໄວ້ໃນ 5 ປີຕໍ່ໜ້າ ໃຫ້ມີຜົນສໍາເລັດເປັນຕົ້ນ ແມ່ນ: ວຽກງານເສດຖະກິດ-ສັງຄົມ ໂດຍເອົາໃຈໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນບ້ານ, ຊຸກຍູ້ໃຫ້ທຸກ ຄອບຄົວມີການພັດທະນາຄອບຄົວຂອງຕົນເອງ, ຕັ້ງໜ້າໃນການທຳມະຫາກິນສ້າງໃຫ້ມີອາຊີບໝັ້້ນຄົງ ດ້ວຍຄວາມສຸດຈະລິດທ່ຽງທຳປະຍັດມັດທະຢັດ ເພື່ອແກ້ໄຂຄວາມທຸກຍາກໄດ້ຢ່າງຂາດຕົວສະເລ່ຍ ລາຍຮັບຕໍ່ຄົນພາຍໃນບ້ານ 7.100 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ກອງປະຊຸມປ່ອນບັດເລືອກຕັ້ງເອົາເລຂາພັກບ້ານຄົນໃໝ່

ໃນໄລຍະຜ່ານມາ, ( ປີ 2014 -2019 ) ອົງການປົກຄອງບ້ານໜອງປີງ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນກົກສອດຫ້ອຍທຸກຂົງເຂດວຽກງານໂດຍນໍາເອົາແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດມາເຜີຍແຜ່ເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມສາມັກຄີຕື່ນຕົວ ເປັນເຈົ້າການປະກອບສ່ວນເຂົ້າຮ່ວມວຽກງານລວມຂອງບ້ານເຮັດ ໃຫ້ພາຍໃນບ້ານມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆເປັນຕົ້ ແມ່ນພາຍໃນບ້ານມີຫົວໜ່ວຍພື້ນຖານເປັນຕົວແບບ ທັງໝົດ 10 ຄອບຄົວ, ຕົວແບບທາງດ້ານການຕໍ່າຫູກທໍໄໝ 2 ຄອບຄົວ, ຕົວແບບທາງດ້ານການປູກພືດ 2 ຄອບຄົວ, ຕົວແບບທາງດ້ານການຄ້າ-ບໍລິການ 2 ຄອບຄົວ ແລະ ຕົວແບບທາງດ້ານຕັດຫຍິບ 2 ຄອບຄົວ, ພົ້ນເດັ່ນແມ່ນການຜະລິດຕໍ່າຫູກທໍໄໝ ຄື: ຄອບຄົວ ທ່ານ ວິນທອງ ສາມາດສ້າງລາຍຮັບໄດ້ 108.000.000 ກີບຕໍ່ປີ.

ກອງປະຊຸມປ່ອນບັດເລືອກຕັ້ງເອົາເລຂາພັກບ້ານຄົນໃໝ່

ກອງປະຊຸມດັ່ງກ່າວໄດ້ຈັດ ຂຶ້ນໃນ ວັນທີ 25 ມິຖຸນາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ພິດ ສະໄໝ ນັດຜາສຸກ ຮອງເຈົ້າເມືອງໆ ຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ເປັນປະທານໂດຍທ່ານ ສົມລິດ ພົນພັກດີ ນາຍບ້ານໆໜອງປີງ, ມີແຂກຮັບເຊີນອ້ອມຂ້າງບ້ານ ພ້ອມດ້ວຍພໍ່-ແມ່ປະຊາຊົນພາຍ ໃນບ້ານ ເຂົ້າຮ່ວມ.