ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-28 ມິຖຸນານີ້, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານລັດຖະ ມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະດຳເນີນເປັນເວລາ 3 ວັນ, ເຊິ່ງຈະມີການປຶກສາຫາລືຫຼາຍວຽກງານສຳຄັນທີ່ເປັນລັກສະນະເປີດກວ້າງ, ເລິກເຊິ່ງ ແລະ ເປັນທິດທາງສຳຄັນໃນການພັດທະນາຂອງປະ ເທດ; ຄຽງຄູ່ກັບການສະຫຼຸບຕີລາຄາໝາກຜົນລວມຂອງການເຄື່ອນໄຫວວຽກງານລັດຖະບານ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນໃນໄລຍະ 6 ເດືອນຜ່ານມາ ແລະ ກຳນົດທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2019 ໂດຍຈະໄດ້ຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2019, ທິດທາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດປະຈຳປີ 2020;

ຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020; ສະຫຼຸບຕີລາຄາສະພາບການຄຸ້ມຄອງ ເງິນຕາ 6 ເດືອນຕົ້ນປີ ແລະ ວຽກຈຸດສຸມຄຸ້ມຄອງເງິນຕາ 6 ເດືອນທ້າຍປີ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ. ພ້ອມທັງສະຫຼຸບລາຍງານຄວາມຄືບໜ້າຂອງການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມ ພ້ອມເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນ 6 ເດືອນທ້າຍປີ; ສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດ ຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນໄລຍະ 3 ປີ.

ພິເສດ, ໃນກອງປະຊຸມເປີດກວ້າງຄັ້ງນີ້ ຍັງຈະດຳເນີນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາພາຍໃຕ້ຫົວຂໍ້: ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອເປັນການທົບທວນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງຊຸກຍູ້ໃຫ້ພາກທຸລະກິດເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກອີກດ້ວຍ.