ສະຫະພັນແມ່ຍິງ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII

ໃນອາທິດຜ່ານມານີ້, ສະຫະພັນແມ່ຍິງ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII, ເປັນປະທານໂດຍ ທ່ານ ລໍາເງິນ ພັນທະວົງ ປະທານສະຫະພັນແມ່ຍິງ ເມືອງໂພນໂຮງ, ເຂົ້າຮ່ວມມີ ທ່ານ ນາງ ຈັນທະບູນ ໂພສະລາດ ປະທານສະຫະພັນແມ່ຍິງ ແຂວງວຽງຈັນ ແລະ ທ່ານ ນາງ ອິ່ນຄໍາ ພັນດາລາ ເຈົ້າເມືອງໆໂພນໂຮງ, ມີ ຄະນະສະຫະພັນແມ່ຍິງ, ການນຳຂັ້ນເມືອງ, ແຂກຮັບເຊີນ ແລະ ຜູ້ແທນສົມບຸນທົ່ວເມືອງໂພນໂຮງ ເຂົ້າຮ່ວມ.

ທ່ານ ນາງ ລໍາເງີນ ພັນທະວົງ ກ່າວວ່າ:

ໃນໄລຍະ 3 ປີຜ່ານມາ, ສະມາຊິກສະຫະພັນແມ່ຍິງ ບັນດາເຜົ່າ ທົ່ວເມືອງໂພນໂຮງ ໄດ້ສືບທອດມູນເຊື້ອອັນດີງາມຂອງແມ່ຍິງລາວ, ເຊີດຊູຈິດໃຈເປັນເອກະພາບ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ມະຕິ, ຄຳສັ່ງຕ່າງໆ ຈຶ່ງເຮັດໃຫ້ຖັນແຖວສະມາຊິກແມ່ຍິງ ມີທັດສະນະຫຼັກໝັ້ນມີຄວາມບຸກບືນຫ້າວຫັນ, ຍຶດໝັ້ນອຸດົມການຂອງພັກ, ມີຫຼັກໝັ້ນຊົນຊັ້ນ ແລະ ຄຸນທາດການເມືອງໜັກແໜ້ນ.

ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ – ແນວຄິດ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງ ສະຫະພັນແມ່ຍິງ, ວຽກງານກໍ່ສ້າງ ພະນັກງານເພດຍິງ, ສະຫະພັນແມ່ຍິງ, ວຽກງານນະໂຍບາຍຍ້ອງຍໍ, ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງ ແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມ ຄວາມກ້າວໜ້າຂອງ ແມ່ຍິງ, ການສົ່ງເສີມຄວາມສະເໝີພາບ ຍິງ – ຊາຍ, ວຽກງານພັດທະນາຊີວິດການເປັນຢູ່ ເພື່ອແກ້ໄຂຄວາມທຸກຍາກໃຫ້ ແມ່ຍິງ ແລະ ຄອບຄົວ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງ ສະຫະພັນແມ່ຍິງລາວ, ວຽກງານປຸກລະດົມແມ່ຍິງ ເຂົ້າຮ່ວມ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ວຽກງານພົວພັນ ແລະ ຮ່ວມມືກັບ ຕ່າງປະເທດ, ວຽກງານກວດກາ ສະຫະພັນແມ່ຍິງລາວ ແລະ ວຽກງານອື່ນໆ.

ມີ ຄະນະສະຫະພັນແມ່ຍິງ, ການນຳຂັ້ນເມືອງ, ແຂກຮັບເຊີນ ແລະ ຜູ້ແທນສົມບຸນທົ່ວເມືອງໂພນໂຮງ ເຂົ້າຮ່ວມ
ມີ ຄະນະສະຫະພັນແມ່ຍິງ, ການນຳຂັ້ນເມືອງ, ແຂກຮັບເຊີນ ແລະ ຜູ້ແທນສົມບຸນທົ່ວເມືອງໂພນໂຮງ ເຂົ້າຮ່ວມ

ສໍາລັບທິດທາງແຜນການ ໃນ 3 ປີຕໍ່ໜ້າ, ຄະນະສະຫະພັນແມ່ຍິງ ເມືອງໂພນໂຮງ ຈະເລັ່ງໃສ່ສຶກສາອົບຮົມ ການເມືອງ – ແນວຄິດ ໃຫ້ສະມາຊິກ ຢ່າງເປັນລະບົບຕໍ່ເນື່ອງ, ສ້າງແບບແຜນ ການເຄື່ອນໄຫວວຽກງານ ໃຫ້ລະອຽດ, ສູ້ຊົນສ້າງ ແລະ ພັກດັນ ພະນັກງານແມ່ຍິງ ໃຫ້ມີ ການປະກອບສ່ວນເຮັດວຽກງານສໍາຄັນຕ່າງໆ ຮ່ວມກັບ ພະນັກງານຊາຍ ໃຫ້ຫຼາຍຂຶ້ນ, ນໍາພາ ສະມາຊິກແມ່ຍິງ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຢ່າງເຂັ້ມງວດ ແລະ ສ້າງຂະບວນການ ຮ່ວມກັບ ອົງການຈັດຕັ້ງຊາວໜຸ່ມ ໃຫ້ຫຼາຍຂຶ້ນ.

ນອກນັ້ນ, ກອງປະຊຸມ ຍັງໄດ້ດໍາເນີນການ ປ່ອນບັດຄັດເລືອກເອົາ ສະຫະພັນແມ່ຍິງ ຊຸດໃໝ່ ເຊິ່ງມີ ຜູ້ສະໝັກ ຈຳນວນ 23 ສະຫາຍ, ເລືອກເອົາ 19 ສະຫາຍ, ກອງປະຊຸມ ໄດ້ເປັນເອກະສັນເລືອກເອົາ ທ່ານ ນາງ ທິດສະໄໝ ວົງສະຫວາດ ເປັນປະທານສະຫະພັນແມ່ຍິງ ເມືອງ ຊຸດໃໝ່, ທ່ານ ນາງ ບຸນມີ ຈັນທະວົງ ແລະ ນາງ ແປງທອງ ດວງອິນ ເປັນ ຮອງປະທານ, ທ່ານ ນາງ ບຸນມີ ອິນທະວົງ ເປັນ ປະທານກວດກາ, ທ່ານ ນາງ ແດງວົງ ປະເສີດ ແລະ ທ່ານ ນາງ ຄໍາແປ ອິນທະວົງ ເປັນ ຮອງປະທານ.