ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮ່ວມກັບກັບກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມພົບປະແລກປ່ຽນສະພາບການທີ່ເກີດຂຶ້ນພາຍໃນແຂວງ ປະຈຳປີ 2018, ຝ່າຍລາວນຳໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຝ່າຍຫວຽດນາມ ນຳໂດຍ ພັອ ຫງຽນ ຊວນເຊີນ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ພ້ອມ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການທີ່ເກີດຂຶ້ນພາຍໃນແຂວງຂອງຕົນ; ເຊິ່ງໄດ້ຍົກໃຫ້ເຫັນຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ການຊີ້ນຳ-ນຳພາຂອງຄະນະກອງບັນຊາການຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ຕີລາຄາການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການຊ່ວຍເຫຼືອ ແລະ ສະກັດກັ້ນການແກ້ໄຂບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ການຄ້າຂາຍເຖື່ອນ ແລະອື່ນໆ; ປະສານສົມທົບຢ່າງແໜ້ນແຟ້ນໃນການຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນແຂວງຂອງຕົນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮ່ວມມືສ້າງເສັ້ນຊາຍແດນໃຫ້ມີສະຖຽນນະພາບ ແລະ ມີການພັດທະນາແບບຍືນຍົງ, ປະຕິບັດການແກ້ໄຂເຄື່ອນຍ້າຍພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກຕ້ອງຕາມລະບຽບກົດໝາຍ, ລັກລອບຖາງປ່າເຮັດໄຮ ແລະ ລະເມີດສົນທິສັນຍາວ່າດ້ວຍລະບຽບຊາຍແດນຂອງສອງປະເທດ, ຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດປະເພດຕ່າງໆ; ພ້ອມທັງການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ-ສັງ ຄົມ, ການສຶກສາ-ກໍ່ສ້າງ ແລະ ວິທະຍາສາດເຕັກນິກ, ເອົາໃຈໃສ່ປະຕິບັດລະບຽບການເຂົ້າ-ອອກເມືອງອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ, ພາຫະນະສິນຄ້າເຂົ້າ-ອອກດ່ານຊາຍແດນໃຫ້ມີຄວາມສະດວກວ່ອງໄວ ແລະ ເຂັ້ມງວດ.

ກອງປະຊຸມໄດ້ມີການແລກປ່ຽນປະກອບຄຳຄິດຄຳເຫັນເຊິ່ງກັນແລະກັນໃນການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ສືບຕໍ່ຮັກສາມູນເຊື້ອສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ ແລະ ຫວຽດນາມ-ລາວໃຫ້ໝັ້ນຄົງຂະນົງແກນຕະຫຼອດໄປ.

ຈາກນັ້ນ, ຜູ້ແທນທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ປະຈຳປີ 2018-2019 ເພື່ອສືບຕໍ່ປະສານສົມທົບຮ່ວມມືກັນປະຕິບັດວຽກງານຕ່າງໆໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດຍິ່ງຂຶ້ນ.