ໃນອາທິດຜ່ານມາ, ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດພິທີສະຫຼຸບຜົນການລົງຝຶກຫັດຂອງນັກສຶກສາວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ຮຸ່ນທີ 14/2; ເປັນປະທານໂດຍ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງໆທ່າພະບາດ, ມີ ພັທ ຄຳຜັນ ບຸນມີໄຊ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ມີບັນດາພະແນກ, ປກສ ບໍລິການປະຊາຊົນ, ຄູ-ອາຈານ ຕະຫຼອດນັກສຶກສາລົງຝຶກຫັດເຂົ້າຮ່ວມ.

ພັທ ພອນ ສຸກວົງສັກ ຄະນະຊີ້ນໍານັກສຶກສາລົງຝຶກຫັດ ໄດ້ຂຶ້ນຜ່ານບົດສະຫຼຸບຜົນສໍາເລັດການລົງຝຶກຫັດຂອງນັກສຶກສາໃນໄລຍະ 4 ເດືອນ ຢູ່ ປກສ ເມືອງທ່າພະບາດ ເລີ່ມແຕ່ວັນທີ 26 ເມສາ-15 ສິງຫາ 2018, ເຊິ່ງມີນັກສຶກສາລົງຝຶກຫັດທັງໝົດ ຈໍານວນ 14 ສະຫາຍ, ໃນນີ້ ສັບຊ້ອນລົງຢູ່ ປກສ ບໍລິການປະຊາຊົນ ຈໍານວນ 3 ກຸ່ມ ແລະ ໜຶ່ງພະແນກ ຄື: ປກສ ບໍລິການປະຊາຊົນກຸ່ມພະບາດ 4 ສະຫາຍ, ປກສ ບໍລິການປະຊາຊົນກຸ່ມທ່າບົກ 4 ສະຫາຍ, ປກສ ບໍລິການປະຊາຊົນກຸ່ມປາກທວາຍ 4 ສະຫາຍ ແລະ ພະແນກສັນຕິບານ 2 ສະ ຫາຍ. ຜ່ານການຈັດຕັ້ງລົງຝຶກຫັດປະຕິບັດວຽກງານຕົວຈິງ, ເຫັນວ່າແຕ່ລະສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້, ມີຄວາມສາມັກຄີຮັກແພງພະນັກງານ-ນັກຮົບ ສາມັກຄີກັບພໍ່-ແມ່ປະຊາຊົນເປັນຢ່າງດີ. ຕັ້ງໜ້າຄົ້ນຄວ້າບົດຮຽນທາງດ້ານທິດສະດີທີ່ໄດ້ຮຽນມາ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃນການລົງຝຶກຫັດຢູ່ຮາກຖານໃນຄັ້ງນີ້ ເຊິ່ງສະແດງອອກຄື: ລົງກວດກາລາດຕະເວນຕາມຊາຍແດນ ແລະ ຈຸດຫຼ່ໍແຫຼມ 36 ຄັ້ງ ຢຶດປືນແກັບໄດ້ 6 ກະບອກ, ໝໍ້ຊັ໋ອດ 1 ເຄື່ອງ, ລົງສຶກສາອົບຮົມປະຊາຊົນລະເມີດຊາຍແດນ 3 ຄັ້ງ, ມ້າງລາຍຄະດີ 2 ຄັ້ງ, ຢຶດຢາບ້າ 73 ເມັດ, ແລະ ປືນແກັບ 1 ກະບອກ, ລົງກວດກາຄົນມາພັກເຊົາຊົ່ວຄາວ 6 ຄັ້ງ ແລະ ລົງກວດກາການຫຼິ້ນການພະນັນເຖື່ອນ ແລະ ມົ້ວສຸມຢາເສບຕິດ 2 ຄັ້ງ.

ໃນພິທີຍັງໄດ້ມອບໃບຍ້ອງຍໍຂັ້ນກອງບັນຊາການ ປກສ ເມືອງ ໃຫ້ແກ່ນັກສຶກສາທີ່ມີຜົນງານດີເດັ່ນໃນການລົງຝຶກຫັດ ຈໍານວນ 14 ສະຫາຍ ໃຫ້ກຽດຂຶ້ນມອບໂດຍ ພັທ ຄໍາຜັນ ບຸນມີໄຊ ແລະ ນັກສຶກສາຍັງໄດ້ມອບຂອງທີ່ລະນຶກໃຫ້ແກ່ຄະນະກອງບັນຊາການ ປກສ ເມືອງຕື່ມອີກ.

ໃນພິທີ, ທ່ານ ຄຳປຸ່ນ ສີຫາລາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກສຶກສາທີ່ລົງຝຶກຫັດໃນຄັ້ງນີ້ ທີ່ໄດ້ປະກອບສ່ວນສ້າງຜົນງານຢູ່ບັນດາກຸ່ມບ້ານ ແລະ ວິຊາສະເພາະ ເຮັດໃຫ້ແຂວງບໍລິຄຳໄຊ ມີຄວາມສະຫງົບໂດຍສະ ເພາະຢູ່ເມືອງທ່າພະບາດ ໃຫ້ມີຄວາມສະຫງົບປອດໄພ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ພ້ອມທັງເນັ້ນໃຫ້ນັກສຶກສາ ຈົ່ງນໍາເອົາຄວາມຮູ້-ຄວາມສາມາດທີ່ໄດ້ຮໍ່າຮຽນມາບວກກັບພຶດຕິກຳຕົວຈິງໄປໝູນໃຊ້ໃຫ້ເກີດ ດອກອອກຜົນຢູ່ໃນກົມກອງຂອງຕົນ ແນໃສ່ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນ, ເຂັ້ມແຂງເປັນກໍາລັງຕໍາຫຼວດປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.