ໃນລະຫວ່າງວັນທີ 15-17 ສິງຫາຜ່ານມາ, ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆໄຊຍະບູລີ ພ້ອມດ້ວຍການນໍາທຸກພາກສ່ວນຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ລາຍງານກ່ຽວກັບວຽກງານການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໃນ 6 ເດືອນຜ່ານມາ ວ່າ: ໃນໄລຍະ 6 ເດືອນຜ່ານມາ, ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄາດຄະເນວ່າໝົດປີ 2018 ເສດຖະກິດຈະຂະຫຍາຍຕົວຢູ່ໃນລະດັບ 8,7%, ຈະສາມາດສ້າງມູນຄ່າເພີ່ມລາຄາພາຍໃນໝົດປີໄດ້ປະມານ 9.079 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.811 ໂດລາສະຫະລັດ, ດ້ານວຽກງານພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ການປະຕິບັດຕາມທິດນໍາ 3 ສ້າງໄດ້ມີການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ມາຮອດປັດຈຸບັນທົ່ວແຂວງມີຄອບຄົວທຸກຍາກ ເຫຼືອ 1.202 ຄອບຄົວ, ກວມເອົາ 1,62%, ບ້ານທຸກຍາກຍັງເຫຼືອ 12 ບ້ານ, ກວມເອົາ 2,79% ຂອງຈໍານວນບ້ານທັງໝົດ, ມີຄອບຄົວພັດທະນາທີ່ໄດ້ຮັບຮອງ ໄປແລ້ວ 64.779 ຄອບຄົວ, ກວມເອົາ 87,47%, ມີບ້ານພັດ ທະນາ 268 ບ້ານ, ກວມເອົາ 62,04 %, ພ້ອມດຽວກັນ, ສະພາບຄວາມເສຍຫາຍຈາກໄພພິບັດທີ່ເກີດຂຶ້ນໃນປີນີ້ ໂດຍມີບ້ານ ທີ່ໄດ້ຮັບຜົນກະທົບ 77 ບ້ານ, ມີ 10.907 ຄົນ, ເນື້ອທີ່ການຜະລິດເສຍຫາຍ 679,7 ເຮັກຕາ, ລວມມູນຄ່າເສຍຫາຍທັງໝົດ 9,42 ຕື້ກີບ, ນອກນັ້ນ ຍັງເກີດມີຟ້າຜ່າງົວ 2 ຄັ້ງ ຢູ່ເມືອງແກ່ນທ້າວ ແລະ ເມືອງບໍ່ເຕນ, ງົວຕາຍທັງໝົດ 43 ໂຕ.

ໂອກາດນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ການນໍາແຂວງໄຊຍະບູລີ ເອົາໃຈໃສ່ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ກາຍເປັນກ້ອນກໍາລັງມະຫາສາມັກຄີ, ສືບຕໍ່ສ້າງເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ, ຊຸກຍູ້ປະຊາຊົນໃຫ້ມີການຜະລິດເປັນສິນຄ້າໃຫ້ຫຼາຍ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໝົດໄປຢ່າງຊິ້ນເຊີງ, ເອົາໃຈໃສ່ໃນການກໍ່ສ້າງພື້ນຖານໂຄງລ່າງໃຫ້ສໍາເລັດຕາມແຜນການ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນຫາຢາເສບຕິດ, ບັນຫາຊາຍແດນຕ້ອງໃຫ້ມີການປະຊຸມປຶກສາຫາລືກັບ ບັນດາແຂວງຂອງໄທ ທີ່ມີຊາຍແດນຕິດກັບໄຊຍະບູລີ ເພື່ອພ້ອມກັນປ້ອງກັນ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ລຽບຊາຍແດນ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ໃຫ້ໄດ້ຮັບໝາກຜົນເທື່ອລະກ້າວ.

ພ້ອມດຽວກັນ, ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກໍໄດ້ວາງກະຕ່າດອກ ໄມ້ທີ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ແລະ ເຂົ້າຢ້ຽມຊົມຫ້ອງວາງສະແດງມູນເຊື້ອ ແລະ ການເຄື່ອນໄຫວປະທານ ໄກສອນ ພົມວິຫານ, ວັດພູທອກ, ຢ້ຽມຢາມຟາມງົວ-ຄວາຍ, ໂຮງງານບີບນໍ້າມັນປາມ ແລະ ເບິ່ງ ການຜະລິດລູກປາຂອງປະຊາຊົນຢູ່ເມືອງພຽງຕື່ມອີກ.