18 ໂຄງການຂະແໜງ ຍທຂ ລັດລົງທຶນຢູ່ແຂວງໄຊຍະບູລີ ມີລັກສະນະຫຼ້າຊ້າ

0
715

ໃນໄລຍະ 5 ເດືອນຕົ້ນປີ 2019 ນີ້, ໂຄງການລັດລົງທຶນຢູ່ແຂວງໄຊຍະບູລີ ມີຫຼາຍໂຄງການທີ່ປະສົບຄວາມສໍາເລັດ ແລະ ບາງໂຄງການກໍຍັງສືບຕໍ່ກໍ່ສ້າງ ແຕ່ຍັງພົບວ່າ ມີ 18 ໂຄງການທີ່ລັດລົງທຶນຢູ່ແຂວງໄຊຍະບູລີ ມີລັກສະນຫຼ້າຊ້າທີ່ໝົດກໍານົດສັນຍາ.

ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ, ໃຫ້ຮູ້ວັນທີ 10 ມິຖຸ ນາ ຜ່ານມານີ້ວ່າ: ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຮັບຜິດຊອບຕົວເລກແຜນການລົງທຶນຂອງລັດ ຕາມທີ່ສະພາອະນຸມັດລວມມີທຶນສືບຕໍ່, ບ້ວງປົກກະຕິ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ບ້ວງທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງໃໝ່ ແລະ ບ້ວງຊໍາລະໜີ້ສິນໄພພິບັດ ລວມທັງໝົດ 200 ໂຄງການ, ມູນຄ່າ 1.403, 24 ຕື້ກີບ, ໃນນັ້ນມີ: ໂຄງການສາກົນ ທີ່ກະຊວງຄຸ້ມຄອງໂດຍກົງປະຕິບັດຢູ່ແຂວງ ລວມທັງສືບຕໍ່ ປີ 2019 ມີ 10 ໂຄງການ, ສໍາເລັດແລ້ວ 2 ໂຄງການ ແລະ ພວມປະຕິບັດມີ 8 ໂຄງການ, ສໍາລັບໂຄງການແຫຼ່ງທຶນຂອງກະຊວງໂຍທາທິການ ແລະ ຂົນສົ່ງມອບໃຫ້ແຂວງຄຸ້ມຄອງຈັດຕັ້ງປະຕິບັດ ລວມທັງວຽກສໍາຫຼວດ-ອອກແບບ ແລະ ວຽກກໍ່ສ້າງທັງສືບຕໍ່ ປີ 2019 ມີ 22 ໂຄງການ, ພວມປະຕິບັດ 9 ໂຄງການ ແລະ ໂຄງການສໍາຫຼວດ-ອອກແບບ, ກໍ່ສ້າງ ແລະ ສ້ອມແປງບ້ວງລັດຖະບານມອບໃຫ້ ແຂວງປະຕິບັດທັງສືບຕໍ່ ປີ 2019 ມີ 168 ໂຄງການ, ພວມປະຕິບັດ 76 ໂຄງການ.

ໂຄງການກໍ່ສ້າງເສັ້ນທາງຂະແໜງ ຍທຂ ລັດລົງທຶນຢູ່ແຂວງໄຊຍະບູລີ

ໂຄງການລົງທຶນຂອງລັດທີ່ຫຼ້າຊ້າ, ໝົດກໍານົດຂອງສັນຍາ ຫຼື ບໍ່ໄດ້ປະຕິບັດ ມີທັງໝົດ 18 ໂຄງການ, ໃນນັ້ນ ໂຄງການລົງທຶນຂອງກະຊວງມອບໃຫ້ແຂວງປະຕິບັດ ມີ 2 ໂຄງການ, ທຶນຂອງແຂວງບ້ວງປົກກະຕິ ມີ 4 ໂຄງການ, ທຶນພັດທະນາຊົນນະບົດມີ 2 ໂຄງການ ແລະ ທຶນ ພັດທະນາທາງຫຼວງທ້ອງຖິ່ນໄຟຟ້າຫົງສາ ມີ 10 ໂຄງການ, ໃນຈໍານວນ 18 ໂຄງ ການນີ້: ມີໂຄງການຂໍຍົກເລີກສັນຍາ 1 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງຈາກບ້ານຄົກແອກ ຫາບ້ານປາກຫ້ວຍຍາງ, ເທົ່າກັບ 32%, ມູນຄ່າຊໍາລະແລ້ວ 800 ລ້ານກີບ, ຫຼ້າຊ້າກວ່າສັນຍາ 36 ເດືອນ, ໂຄງການສະເໜີຂໍຕໍ່ສັນຍາ 13 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງປູອັດສະຟານ, ເສີມບ່າທາງ, ຮ່ອງລະບາຍນໍ້າ ແລະ ທາງຍ່າງເສັ້ນທາງແຕ່ 3 ແຍກ ທາງເຂົ້າໂຮງໝໍແຂວງ ຫາ 3 ແຍກຫາງເດີ່ນບິນ, ມູນຄ່າສັນຍາ 11,30 ຕື້ກີບ, ເສັ້ນທາງແຕ່ 4 ແຍກເດີ່ນກິລາຮົ່ມຂອງແຂວງ ຫາ 3 ແຍກທາງເຂົ້າໂຮງໝໍ, ມູນຄ່າສັນຍາ 11,76 ຕື້ກີບ, ເສັ້ນທາງແຕ່ 3 ແຍກປໍ້ານໍ້າມັນບົວໃສ ຫາ 4 ແຍກຫ້ອງ ວ່າການແຂວງ, ມູນຄ່າສັນຍາ 15,78 ຕື້ ກີບ, ເສັ້ນທາງແຕ່ແຍກທາງຫຼວງແຫ່ງ ຊາດເລກ 4 ຫາ 3 ແຍກປໍ້ານໍ້າມັນບົວໃສ ຫາ 4 ແຍກເດີ່ນກິລາຮົ່ມ, ມູນຄ່າສັນ ຍາ 18,24 ຕື້ກີບ, ເສັ້ນທາງແຕ່ 4 ແຍກ ຫ້ອງວ່າການແຂວງ ຫາ 4 ແຍກພະແນກຍຸຕິທໍາ, ມູນຄ່າສັນຍາ 17,80 ຕື້ກີບ ແລະ ໂຄງການຫຼ້າຊ້າ ຫຼື ບໍ່ໄດ້ປະຕິບັດແຕ່ໄດ້ຕໍ່ສັນຍາແລ້ວມີ 4 ໂຄງການ, ມູນ ຄ່າສັນຍາ 244,23 ຕື້ກີບ.

ໂຄງການກໍ່ສ້າງເສັ້ນທາງຂະແໜງ ຍທຂ ລັດລົງທຶນຢູ່ແຂວງໄຊຍະບູລີ

ທ່ານ ແພງຊ້ອຍ ແພງເມືອງ ໃຫ້ຮູ້ ຕື່ມວ່າ: ສໍາລັບວິທີການແກ້ໄຂໃນຕໍ່ໜ້າແມ່ນຈະໄດ້ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ລົງຕິດຕາມ, ຊຸກຍູ້ໂຄງການທີ່ຫຼ້າຊ້າ, ໂຄງການທີ່ໝົດ ກໍານົດສັນຍາ ແລະ ບໍ່ໄດ້ປະຕິບັດ ໃຫ້ ລົງມືຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້, ສໍາລັບໂຄງການຫຼ້າຊ້າ, ໝົດກໍານົດສັນຍາແມ່ນໃຫ້ເຈົ້າຂອງໂຄງການ ສົມທົບກັບພາກສ່ວນກ່ຽວຂ້ອງປະສານໄປຍັງບໍລິສັດທີ່ກ່ຽວຂ້ອງ ມາເຮັດບົດບັນທຶກໃຫ້ລະອຽດ ແລະ ຄົ້ນຄວ້າຊອກຫາວິທີແກ້ໄຂໂດຍໄວຕໍ່ກັບໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດໃຫ້ໄດ້ລົງມືຈັດຕັງປະຕິບັດໃນປີນີ້ໝົດທຸກໂຄງການ.