ໜ້າຫຼັກ Tags ພັທ ບຸນມາກ ສູນດາໄລ

Tag: ພັທ ບຸນມາກ ສູນດາໄລ

ນວ ຈະພົບການຈະລາຈອນແອອັດ ໃນສົກຮຽນໃໝ່

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຄາດວ່າ: ໃນມື້ເປີດສົກຮຽນໃໝ່ ປະຈໍາປີ 2019-2020 ຂອງກະຊວງສຶກສາທິການ ແລະ ກິລາ ສະພາບການສັນຈອນຕາມທ້ອງຖະໜົນໃນນະຄອນຫຼວງ ວຽງຈັນ ຈະເພີ່ມຂຶ້ນ ແລະ ຈະພົບຄວາມຫຍຸ້ງຍາກຢູ່ບາງໂຮງຮຽນທີ່ຕິດແຄມທາງໃຫຍ່, ເພື່ອຮັບມືກັບສະພາບທີ່ຈະເກີດຂຶ້ນນັ້ນ ພະແນກ ແລະ ກອງຕໍາຫຼວດຈະລາຈອນບັນດາເມືອງທີ່ມີຈຸດຄວາມສ່ຽງໄດ້ມີການວາງກໍາລັງເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ທຽວທາງ ເພື່ອຫຼຸດຜ່ອນການສັນຈອນແອອັດ.

ວາງກຳລັງລະບາຍການສັນຈອນໃນມື້ເປີດສົກຮຽນໃໝ່

ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະຈັດວາງກຳລັງລະບາຍການສັນຈອນ ໃນມື້ເປີດສົກຮຽນໃໝ່ ເພື່ອແກ້ໄຂການຈະລາຈອນໃຫ້ມີຄວາມສະດວກ ແລະ ຄ່ອງຕົວ.