ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ຄາດວ່າ: ໃນມື້ເປີດສົກຮຽນໃໝ່ ປະຈໍາປີ 2019-2020 ຂອງກະຊວງສຶກສາທິການ ແລະ ກິລາ ສະພາບການສັນຈອນຕາມທ້ອງຖະໜົນໃນນະຄອນຫຼວງ ວຽງຈັນ ຈະເພີ່ມຂຶ້ນ ແລະ ຈະພົບຄວາມຫຍຸ້ງຍາກຢູ່ບາງໂຮງຮຽນທີ່ຕິດແຄມທາງໃຫຍ່, ເພື່ອຮັບມືກັບສະພາບທີ່ຈະເກີດຂຶ້ນນັ້ນ ພະແນກ ແລະ ກອງຕໍາຫຼວດຈະລາຈອນບັນດາເມືອງທີ່ມີຈຸດຄວາມສ່ຽງໄດ້ມີການວາງກໍາລັງເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ທຽວທາງ ເພື່ອຫຼຸດຜ່ອນການສັນຈອນແອອັດ.

ສົກຮຽນໃໝ່ ຜູ້ຂັບຂີ່ໃນ ນວ ຈະພົບກັບຈະລາຈອນແອອັດ
ສະພາບການຈະລາຈອນໃນມື້ໄຂສົກຮຽນໃໝ່

ພັທ ບຸນມາກ ສູນດາໄລ ຮອງຫົວ ໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນມື້ ເປີດສົກຮຽນໃໝ່ ຄາດວ່າສະພາບການສັນຈອນຕາມທ້ອງຖະໜົນຫົນທາງມີ ພາຫະນະໜາແໜ້ນຂຶ້ນກວ່າເກົ່າ ຢູ່ຈຸດສາມແຍກ, ສີ່ແຍກ, ວົງວຽນ, ໄຟອໍານາດ. ໂດຍສະເພາະຢູ່ຕໍ່ໜ້າໂຮງຮຽນ ພໍ່ແມ່ປົກຄອງມີການຢຸດສົ່ງລູກຫຼານ, ໃນທ່າມກາງທີ່ສະພາບການສັນຈອນແອອັດ ພຽງແຕ່ຈອດລົດຮັບ-ສົ່ງລູກທີ່ໜ້າໂຮງຮຽນກໍອາດຈະສົ່ງຜົນໃຫ້ລົດຕິດຂັດຢາວຢຽດໄດ້. ດັ່ງນັ້ນ ໃນການຮັບມືກັບສະພາບການດັ່ງກ່າວນີ້ ເຈົ້າໜ້າທີ່ພະແນກ ແລະ ກອງຕໍາຫຼວດຈະລາຈອນ ແຕ່ລະສະຫາຍຈະໄດ້ສຸມໃສ່ປະຕິບັດ ໜ້າທີ່ມອບໝາຍ ເພື່ອອໍານວຍຄວາມສະ ດວກໃຫ້ຜູ້ຂັບຂີ່ໃນການໄປ-ມາ, ສິ່ງທີ່ເອົາໃຈໃສ່ທີ່ສຸດກໍຄື ຈຸດທີ່ຢູ່ຕໍ່ໜ້າໂຮງຮຽນແຕ່ລະບ່ອນທີ່ເຫັນວ່າສະພາບການສັນຈອນມີຄວາມແອອັດ, ກໍໄດ້ວາງກໍາລັງໃສ່ແຕ່ລະແຍກ, ແຕ່ລະບ່ອນເຮັດໜ້າທີ່ຢ່າງຕັ້ງໜ້າເພື່ອແກ້ໄຂຈະລາຈອນແອອັດ, ໂດຍລວມກໍາລັງຕໍາຫຼວດຈະລາຈອນປະຕິບັດໄດ້ຕາມແຜນທີ່ວາງໄວ້; ພ້ອມນັ້ນ ມີການແຕ່ງຕັ້ງພະນັກງານຂັ້ນ ພະແນກມີການຊີ້ນໍາແຕ່ລະຈຸດເພື່ອເຮັດໃຫ້ພະນັກງານອ້າຍນ້ອງປະຕິບັດຕາມ ແຜນໃຫ້ຖືກຕ້ອງກັບແຜນທີ່ວາງອອກ.

ສົກຮຽນໃໝ່ ຜູ້ຂັບຂີ່ໃນ ນວ ຈະພົບກັບຈະລາຈອນແອອັດ
ສົກຮຽນໃໝ່ ຜູ້ຂັບຂີ່ໃນ ນວ ຈະພົບກັບຈະລາຈອນແອອັດ

ຢ່າງໃດກໍຕາມ ໃນໄລະເປີດສົກຮຽນໃໝ່ນີ້ ສະພາບການສັນຈອນຈະມີຄວາມແອອັດເພີ່ມຂຶ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ແລະ ພໍ່-ແມ່ ຜູ້ປົກຄອງທີ່ຮັບ-ສົ່ງລູກຫຼານໃຫ້ປະຕິບັດກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ເປັນຕົ້ນການຢຸດ; ການຈອດ ເພື່ອບໍ່ໃຫ້ຂີດຂວາງການສັນຈອນທີ່ຈະສົ່ງຜົນກະທົບຕໍ່ຜູ້ທີ່ທຽວທາງ ດ້ວຍກັນ; ພ້ອມນັ້ນກໍໃຫ້ຟັງການຄໍາ ແນະນໍາຂອງເຈົ້າໜ້າທີ່ເພື່ອຫຼີກລ່ຽງ ຊ່ວງທີ່ມີການສັນຈອນແອອັດ “ ພັທ ບຸນ ມາກ ສູນດາໄລ ກ່າວ ”.