ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນ ລັດຖະທຳມະນູນແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຊື່ອມຊຶມກຳແໜ້ນເນື້ອໃນສ້າງສະຕິເຄົາລົບກົດໝາຍ ເພື່ອນຳມາຜັນຂະຫຍາຍເຂົ້າໃນການປະຕິ ບັດໜ້າທີ່, ການດຳລົງຊີວິດໃນປັດຈຸບັນ, ພ້ອມທັງຮັບຮູ້ເຖິງມູນເຊື້ອຄວາມເສຍສະລະຂອງບັນພະບູລຸດ ແລະ ປະຊາຊົນໃນເມື່ອກ່ອນ ເພື່ອຍາດເອົາຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີມາສູ່ປະຊາຊົນໃນປັດຈຸບັນ.

ກົມໃຫຍ່ການເມືອງກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນ ລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ
ກົມໃຫຍ່ການເມືອງກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນ ລັດຖະທຳມະນູນ
ແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ

ການປາຖະກະຖາດັ່ງກ່າວ ໄດ້ມີຂຶ້ນວັນທີ 30 ສິງຫາ 2019, ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໃຫ້ຮູ້ວ່າ: ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບທຳອິດ ໄດ້ຮັບການປະກາດໃຊ້ໃນວັນ 15 ສິງຫາ 1991 ມາເຖິງປີນີ້ແມ່ນໝູນວຽນມາບັນຈົບ ຄົບຮອບ 28 ປີ ໃນປີ 2019 ສປປ ລາວ ໄດ້ຫັນລັດຖະທຳມະນູນເປັນກົດໝາຍແຕ່ລະຂົງເຂດ ແລະ ແຕ່ລະກະຊວງປະກາດໃຊ້ ໄດ້ທັງໝົດ 144 ສະບັບ, ນິຕິກຳລຸ່ມກົດໝາຍ ( ລັດຖະບັນຍັດ ແລະ ດຳລັດ ) ໄດ້ຫຼາຍຮ້ອຍສະບັບເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ນັບມື້ເປັນລະບົບຄົບຊຸດເທື່ອລະກ້າວ, ເປັນພື້ນຖານຄໍ້າປະກັນໃຫ້ແກ່ການປະຕິບັດ ແລະ ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນບັນດາເຜົ່າ. ໃນນີ້, ມີກົດໝາຍທີ່ກະຊວງ ປກສ ປະ ກາດໃຊ້ 5 ສະບັບ, ເຊິ່ງສະບັບຫຼ້າສຸດແມ່ນກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງປີ 2017.

ກົມໃຫຍ່ການເມືອງກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນ ລັດຖະທຳມະນູນ
ແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ
ກົມໃຫຍ່ການເມືອງກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນ ລັດຖະທຳມະນູນ
ແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ

ສໍາລັບວັນຍຶດອໍານາດ 23 ສິງ ຫາ 1945 ແລະ 23 ສິງຫາ 1975, ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ: ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ພາຍໃຕ້ການນຳພາຂອງພັກປະຕິວັດດັ່ງກ່າວ ໄດ້ນຳພາປະຊາຊົນລາວ ລຸກຂຶ້ນຕໍ່ສູ້ເພື່ອຄວາມເປັນເອກະລາດເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ ດ້ວຍຄວາມເສຍສະລະ ສາມາດ ຍຶດອຳນາດການປົກຄອງໃນທົ່ວ ປະເທດຕ້ານກັບພວກລ່າເມືອງຂຶ້ນຝຣັ່ງ ໃນວັນທີ 23 ສິງຫາ 1945.

ກົມໃຫຍ່ ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາວັນ ລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ
ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງ ປາຖະກະຖາວັນ ລັດຖະທຳມະນູນ
ແຫ່ງ ສປປ ລາວ ແລະ ວັນຍຶດອຳນາດ 23 ສິງຫາ

ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ຖືກປະລາໄຊ, ຈັກກະພັດອາເມລິກາ ກໍໄດ້ກະໂດດເຂົ້າມາແທນດຳເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທີ; ຕໍ່ສະພາບຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາຊະນະ ສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອ ນຳພາປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ໂດຍນຳໃຊ້ 3 ບາດຄ້ອນຍຸດທະສາດ ຄື: ( ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານສັດຕູ ) ຈົນສາມາດຍຶດອຳນາດການປົກຄອງປະຕິວັດໃນທົ່ວປະ ເທດ ໃນວັນທີ 23 ສິງຫາ 1975 ຢ່າງສົມບູນ.