ຂ່າວຕ່າງປະເທດ ລາຍງານ ໃນວັນທີ 2 ກັນຍາ ທີ່ຜ່ານມາ ວ່າ: ນັກສຶກສາລະດັບ ມະຫາວິທະຍາໄລ ຂອງອິນໂດເນເຊຍ 3 ຄົນ ໄດ້ຮ່ວມກັນປະດິດອຸປະກອນທີ່ໃຊ້ສັນຍານຄວາມຖີ່ສູງ ໃນການຊ່ວຍຄົ້ນຫາຜູ້ເຄາະຮ້າຍ ຈາກເຫດແຜ່ນດິນໄຫວ.

ອຸປະກອນທີ່ນັກສຶກສາກຸ່ມນີ້ ປະດິດຂຶ້ນມາ ມີຊື່ເອີ້ນວ່າ: “ ດີໂອເທີຣຽນ ”, ມີຂະໜາດນ້ອຍ ແລະ ບາງເທົ່າກັບບັດເຄຣດິດ ເຊິ່ງຈະສົ່ງສັນຍານສັ້ນໆເປັນຈັງຫວະ ຄ້າຍໆກັບຈັງຫວະການຫາຍໃຈ ເຊິ່ງສາມາດກວດຈັບສັນຍານໄດ້ ເຖິງວ່າຈະຢູ່ຫ່າງອອກໄປເຖິງ 10 ກິໂລແມັດ.

ສ່ວນອຸປະກອນສຳຫຼັບຮັບສັນຍານ ສາມາດເຊື່ອມຕໍ່ເຂົ້າກັບ ໂທລະສັບມືຖື ຫຼື ເຄື່ອງຄອມພິວເຕີແລບທັອບ ໂດຍຈະເຮັດວຽກຮ່ວມກັບ ແອບພຼິເຄເຊີນທີ່ມີຢູ່ໃນລະບົບຂອງສະມາດໂຟນ ທັງໃນແອບເປິນ ແລະ ແອນດຣອຍ.

ໜຶ່ງໃນນັກສຶກສາກຸ່ມນີ້ ກ່າວວ່າ: ການພັດທະນາອຸປະກອນຕົວນີ້ ໄດ້ແຮງບັນດານໃຈມາຈາກ ເຫດແຜ່ນດິນໄຫວຂະໜາດຄວາມຮຸນແຮງ 7,6 ເຊິ່ງເກີດຂຶ້ນທີ່ບ້ານເກີດຂອງຕົນ ໃນເມືອງປາດັງ ເກາະສຸມາດຕຣາ ເມື່ອປະມານ 10 ປີທີ່ຜ່ານມາ ໂດຍໃນຄັ້ງນັ້ນ ຕົນສູນເສຍເພື່ອນ ແລະ ຄູ ພ້ອມນັ້ນ ແມ່ຂອງຕົນກໍໄດ້ຮັບບາດເຈັບຈາກໄພພິບັດ ໃນຄັ້ງນັ້ນເຊັ່ນກັນ.

ກຸ່ມນັກສຶກສາ ໄດ້ຈົດທະບຽນລິຂະສິດ ສິ່ງປະດິດຕົ້ນແບບຂອງພວກເຂົາແລ້ວ ເຊິ່ງມີລາຄາພຽງ 7 ໂດລາເທົ່ານັ້ນ ແຕ່ພວກເຂົາບອກວ່າ: ຕ້ອງການຈະປັບປຸງ ແລະ ພັດທະນາອຸປະກອນນີ້ໃຫ້ສົມບູນຫຼາຍຂຶ້ນ ກ່ອນທີ່ຈະເປີດຕົວສູ່ສາທາລະນະໃນວົງກວ້າງ.