ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະຈັດວາງກຳລັງລະບາຍການສັນຈອນ ໃນມື້ເປີດສົກຮຽນໃໝ່ ເພື່ອແກ້ໄຂການຈະລາຈອນໃຫ້ມີຄວາມສະດວກ ແລະ ຄ່ອງຕົວ.

ພັທ ບຸນມາກ ສູນດາໄລ
ພັທ ບຸນມາກ ສູນດາໄລ

ພັທ ບຸນມາກ ສູນດາໄລ ຮອງພະແນກຈະລາຈອນ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມຜ່ານແຜນບັນຈຸກຳລັງລະບາຍການສັນຈອນໃນມື້ເປີດສົກຮຽນໃໝ່ ທີ່ຈັດຂຶ້ນໃນວັນທີ 26 ສິງຫາ 2019 ວ່າ:

ເພື່ອຮັບປະກັນໃຫ້ແກ່ການເປີດສົກຮຽນໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ກໍຄືພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ; ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທຸກດ້ານ, ຮັບປະກັນໄດ້ຈຸດປະສົງ ແລະ ຄາດໝາຍຂອງການເປີດສົກຮຽນໃໝ່ ປະຈໍາປີ 2019-2020 ຕິດພັນກັບການແກ້ໄຂການຈະລາຈອນແອອັດ ແລະ ຈັດລະບຽບຕາມສາຍທາງ; ພະແນກຕໍາຫຼວດຈະລາຈອນ ນະຄອນ ຫຼວງວຽງຈັນ ຈຶ່ງໄດ້ສ້າງແຜນຈັດວາງກຳລັງລະບາຍການສັນຈອນ ເພື່ອແກ້ໄຂການຈະລາຈອນ ໃຫ້ມີຄວາມສະ ດວກ ແລະ ຄ່ອງຕົວ.

ໃນນັ້ນ, ໄດ້ວາງກໍາລັງປ້ອງກັນ ກໍຄືລະບາຍການສັນຈອນ ມີທັງໝົດ 348 ສະຫາຍ; ຈຸດລະບາຍລົດທັງໝົດ 119 ຈຸດ; ໃນນັ້ນ, ໂຮງຮຽນ ມີ 45 ຈຸດ, ປ້ອມ 48 ປ້ອມ ແລະ ສາມແຍກ, ສີ່ແຍກ ແລະ ວົງວຽນ 28 ຈຸດ ຄື: ໂຮງຮຽນ ມສ ວຽງຈັນ ດ້ານຫຼັງ; ແຍກໄຟແດງ ມສ ວຽງຈັນ; ຈຸດລະບາຍລົດໜ້າ ມສ ວຽງຈັນ ບ່ອນຄົນຍ່າງຂ້າມທາງ, ຈຸດໜອງສ້າງທໍ່; ໂຮງຮຽນສິນໄຊ; ຈຸດວົງວຽນ 450 ປີ; ຈຸດຂ້າງກະຊວງປ້ອງກັນປະເທດ; ຈຸດແຍກວັດໂພນພະເນົາ; ຈຸດແຍກ ມ ປາຍ ລາວ-ຫວຽດ; ຈຸດແຍກຫຼັກ 5; ສາຍກວດຊົ່ວໂມງເລັ່ງດ່ວນ; ປ້ອມຂອງພະແນກຈະລາຈອນ ຈໍານວນ 13 ປ້ອມ ແມ່ນຮັກສາໄວ້ຄືເກົ່າ.

ກອງປະຊຸມວາງກຳລັງລະບາຍການສັນຈອນໃນມື້ເປີດສົກຮຽນໃໝ່
ກອງປະຊຸມວາງກຳລັງລະບາຍການສັນຈອນໃນມື້ເປີດສົກຮຽນໃໝ່
  • ຈຸດລະບາຍລົດຈະລາຈອນເມືອງຈັນທະບູລີ ມີ 17 ຈຸດ ຄື: ສາມແຍກປໍ້ານໍ້າມັນດົງປ່າແຫຼບ; ໄຟແດງຫ້າແຍກສະຫວ່າງ; ສີ່ແຍກໄຟແດງສີດຳດວນ; ສີ່ແຍກໄຟແດງສາຍລົມ; ສາມແຍກກົມຈະລາຈອນເກົ່າ; ສາມແຍກກົມກົງສຸນ; ສີ່ແຍກໄຟແດງດົງໝ້ຽງ; ໂຮງຮຽນລ້ຽວໂຕ້; ໂຮງຮຽນຫງຽນຢູ; ສາມແຍກທາງໂຄ້ງໂພນຕ້ອງ ( ສຸວັນນີ ); ຕະຫຼາດໂພນສະຫວ່າງ; ໂຮງຮຽນສຸກສະຫວັດ ແມ່ນມອບໃຫ້ປ້ອມດອນແດງ; ສາມແຍກໂຮງຮຽນນາໄຮ່ດຽວ; ຕະຫຼາດດາວເຮືອງ; ໂຮງຮຽນນິຣະດາ; ຕະຫຼາດທົ່ງຂັນຄໍາ; ສາມແຍກຕະຫຼາດຫ້ວຍຫົງ.
  • ຈຸດລະບາຍລົດຈະລາຈອນເມືອງ ໄຊເສດຖາ ມີ 15 ຈຸດ ຄື: ວົງວຽນສະໜາມມ້າ ແລະ ໂຮງຮຽນປາດຖະໜາ; ປ້ອມໜອງບອນ; ໄຟແດງທາດຫຼວງ; ໄຟແດງ 450 ປີ; ປ້ອມໂທລະພາບ; ໄຟແດງທາດຝຸ່ນ; ໄຟແດງສັງກະສີ; ປ້ອມຫົວຂົວ; ຈຸດຕະຫຼາດໂນນຄໍ້; ໂຮງຮຽນ ສາຍຝົນ; ໂຄລາວ-ວຽງຈັນຄໍເລດ; ແຍກທູດຫວຽດນາມ; ໄຟແດງໂພນໄຊ; ໂຮງຮຽນເສກະສັດ, ສາມແຍກໂຮງ ຮຽນປ້ອງກັນສູນກາງ; ໂຮງຮຽນຈັນທະລັກ.
  • ຈຸດລະບາຍລົດຈະລາຈອນເມືອງ ໄຊທານີ ມີ 13 ຈຸດ ຄື: ປ້ອມໜ້າ ມຊ; ສາມແຍກໂຮງຮຽນສາທິດ; ແຍກໄຟ ແດງດອນໜູນ; ປ້ອມຕານມີໄຊ; ມສ ຕານມີໄຊ; ປ້ອມໂນນສະອາດ; ໂຮງຮຽນ ວຕປ ດອນຕິ້ວ; ມສ ວັນໃໝ່ ແລະ ດອນໜູນ; ໂຮງຮຽນໄຊສົມພອນ; ໂຮງຮຽນເບລິງ ( ໂຮງຮຽນອະນຸບານ ); ຈຸດລ້ຽວກັບຊ້າງຄູ້; ໂຮງຮຽນພູນສະຫວັດ.
  • ຈຸດລະບາຍລົດຈະລາຈອນ ເມືອງນາຊາຍທອງ ມີ 6 ຈຸດ ຄື: ໂຮງຮຽນຟ້າ ສີຄາມ; ສາມແຍກນາຄູນ; ໂຮງຮຽນ ມສ ນາຊາຍທອງ; ແຍກປົກຄອງເມືອງ ນາຊາຍທອງ; ໂຮງຮຽນຜາງແຫ້ງ; ແຍກເຂົ້າບໍລິສັດ ທີໂອ.
  • ຈຸດລະບາຍລົດຈະລາຈອນເມືອງຫາດຊາຍຟອງ ມີ 6 ຈຸດ ຄື: ໂຮງຮຽນ ມໍຕົ້ນທ່າເດື່ອ; ມສ ສາລາຄໍາ; ໂຮງຮຽນມະຍຸລີ ບ້ານໜອງໄຮ; ມສ ບໍ່ໂອ; ສາມ ແຍກໜອງໄຮ-ລົງໂຮງຮຽນດົງຄໍາຊ້າງ; ສາມແຍກສາງທ່ານາແລ້ງ.
  • ຈຸດລະບາຍລົດຈະລາຈອນເມືອງສີໂຄດຕະບອງ ມີ 19 ຈຸດ ຄື: ໄຟແດງເດີ່ນບິນ; ໄຟແດງໜອງບົວທອງ; ໄຟແດງສີໄຄ-ທາງເຂົ້າຕະຫຼາດໝາກໄມ້ສົດ; ໄຟແດງດົງນາທອງ ແລະ ໜອງ ແຕ່ງ; ໄຟແດງດົງນາທອງ; ໄຟແດງໜອງດ້ວງ; ໄຟແດງແຜນການ; ໄຟແດງອາກາດ-ຫວ່າງຄູກາງ 073; ໄຟແດງນາຄໍາ; ປ້ອມຫຼັກ 2;ຈຸດຫວ່າງຄູກາງທາງເຂົ້າຕະຫຼາດຊັ່ງຈຽງ; ຈຸດຫວ່າງຄູກາງໜອງສະໂນຄໍາ; ຈຸດຫວ່າງຄູກາງ ມ ຕົ້ນສີໄຄ; ຈຸດທາງຮ່ອມຂ້າງຕະຫຼາດສີໄຄ; ຈຸດສາມແຍກທົ່ງປົ່ງ; ຈຸດທາງແຍກເຂົ້າໂຮງໝໍປົວຕາ; ຈຸດທາງເຂົ້າໂຮງຮຽນປະຖົມ ບ້ານໜອງໜ້ຽວ; ຈຸດທາງເຂົ້າໂຮງໝໍທະຫານ ນະຄອນຫຼວງວຽງຈັນ ແລະ ຈຸດທາງເຂົ້າໂຮງງານດີມາກບ້ານນາແຮ່.
  • ຈຸດລະບາຍລົດຈະລາຈອນເມືອງສີສັດຕະນາກ ມີ 29 ຈຸດ ຄື: ວົງວຽນ ຄອມເຊັນເຕີ; ວົງວຽນ 5 ເມສາ; ວົງວຽນດົງປ່າລານ; ທາງລົງບ້ານພັກແຈ່ມຈັນ; ຈຸດໂຮງງານຢາສູບ; ຈຸດໂຮງຮຽນຈອມເພັດ; ວົງວຽນຈີ່ນາຍໂມ້; ຈຸດໂຮງ ຮຽນນິລະດາ; ທາງເຂົ້າປົກຄອງເມືອງສີສັດຕະນາກ; ໄຟແດງການຊ່າງລາວ-ເຢຍລະມັນ; ປ້ອມບົວຂາວ; ຈຸດໂຮງຮຽນລາວ-ຝຣັ່ງ; ໄຟແດງທາດຂາວ; ຈຸດສີ່ແຍກເພຍວັດ; ໄຟແດງມະໂຫສົດ; ຈຸດສີ່ແຍກມະໂຫສົດກໍ້າທ່າ; ປ້ອມແພດສາດ; ຈຸດວົງວຽນບ້ານພັກ; ວົງວຽນໂສກປ່າຫຼວງ; ໂຮງຮຽນໂສກປ່າຫຼວງ; ຈຸດໄຟຟ້າໂສກປ່າຫຼວງ; ຈຸດໂຮງ ໝໍ 103; ຈຸດທາງລົງດອນນົກຂຸ້ມ; 4 ແຍກຕັດໃໝ່ຊຽງດາ; ໂຮງຮຽນປັນຍາທິບ; ໂຮງຮຽນຮາກແກ້ວ; ຈຸດທາງລົງເສັ້ນທາງຄູວຽງ; ໄຟແດງສະພານທອງ; ປ້ອມໂພນທັນ. ສ່ວນຈຸດລະບາຍລົດຈະລາຈອນເມືອງປາກງື່ມ ມີຄື: ໂຮງຮຽນ ມສ ສົມສະຫວາດ; ມສ ບ້ານພ້າວ; ມສ ໜອງບົວທອງ.

ສໍາລັບວຽກຈຸດລະບາຍການສັນຈອນແຕ່ລະຈຸດ: ແມ່ນຈະໄດ້ໂຄສະນາ ເຜີຍແຜ່ກົດໝາຍ; ໂດຍຈະໃຫ້ຄໍາແນະນໍາແກ່ນັກຂັບຂີ່ຢູ່ຕາມຈຸດຕ່າງໆ; ເນັ້ນໃສ່ລະບາຍການສັນຈອນ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກຂັບຂີ່; ມີການຈັດຕັ້ງໜ່ວຍສາຍກວດໃຫ້ເລາະໄປຕາມແຄມທາງ ບໍ່ອະນຸຍາດໃຫ້ນັກຂັບຂີ່ຄົນໃດຈອດລົດຊະຊາຍຢູ່ຕາມແຄມທາງຢ່າງເດັດຂາດ; ເພາະມັນຈະກີດຂວາງການສັນຈອນ ແລະ ຈະມີການບັງຄັບໃຊ້ກົດໝາຍເຊັ່ນວ່າ ການປະຕິບັດກົດຈະລາຈອນຂອງນັກຂັບຂີ່: ຈະມີການກວດກາທາດເຫຼົ້າ, ກວດກາຄວາມໄວ ແລະອື່ນໆ; ວຽກປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ຖ້າມີລົດຕໍາກັນຢູ່ຈຸດໃດໜ່ວຍງານດັ່ງກ່າວຈະອອກໄປແກ້ໄຂຢ່າງຮີບດ່ວນ; ເພື່ອປ້ອງກັນບໍ່ໃຫ້ລົດຕິດ ເຊິ່ງວ່າທັງໝົດທີ່ ກ່າວມານີ້ ແມ່ນແນໃສ່ອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ຜູ້ປົກຄອງ ແລະ ອ້າຍເອື້ອຍນ້ອງນັກຮຽນ-ນັກສຶກສາ ໃຫ້ສັນຈອນໄປ-ມາໃນໄລຍະເປີດສົກ ຮຽນມີຄວາມສະດວກສະບາຍ ແລະ ຄ່ອງຕົວດີ.

ກອງປະຊຸມວາງກຳລັງລະບາຍການສັນຈອນໃນມື້ເປີດສົກຮຽນໃໝ່
ກອງປະຊຸມວາງກຳລັງລະບາຍການສັນຈອນໃນມື້ເປີດສົກຮຽນໃໝ່

ສະນັ້ນ, ຈຶ່ງຢາກຮຽກຮ້ອງມາຍັງ ບັນດາພໍ່-ແມ່ຜູ້ປົກຄອງຂອງນັກຮຽນ, ຕະຫຼອດຮອດຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງເປັນເຈົ້າການນໍາກັນກໍຄືໃນມື້ເປີດ ສົກຮຽນ ຢາກໃຫ້ພໍ່-ແມ່ຜູ້ປົກຄອງຕື່ນເຊົ້າ ເພື່ອມີເວລາກຽມຕົວ ແລະ ບໍ່ເປັນການຟ້າວຟັ່ງຈົນເກີນໄປໃນເວລາເດີນທາງ; ຜູ້ໃຊ້ລົດ-ໃຊ້ຖະໜົນຢ່າຈອດລົດຊະຊາຍຢູ່ຕາມແຄມທາງ ເພາະມັນ ຈະເປັນການກີດຂວາງການສັນຈອນ ແລະ ເຮັດໃຫ້ການສັນຈອນມີຄວາມແອອັດ; ຫ້າມໃຊ້ຄວາມໄວເກີນກໍານົດການໃຊ້ຄວາມໄວແມ່ນໃຫ້ປະຕິບັດຕາມ ສະພາບການສັນຈອນທີ່ທ່ານກໍາລັງປະເຊີນໜ້າຢູ່ນັ້ນຢ່າງເຂັ້ມງວດ; ກ່ອນຈະລ້ຽວຊ້າຍ-ລ້ຽວຂວາ ຕ້ອງເປີດໄຟສັນຍານທຸກຄັ້ງ; ໃນກໍລະນີຝົນຕົກ ຂໍຮຽກຮ້ອງບັນດາທ່ານນັກຂັບຂີ່ລົດຢ່າງມີສະຕິ ແລະ ໃຫ້ປະຕິບັດຕາມກົດລະບຽບຂອງການສັນຈອນຢ່າງເຂັ້ມງວດທີ່ສຸດ ອັນສໍາຄັນແມ່ນໃຫ້ຄວບຄຸມອາລົມຂອງຕົນເອງ ຫ້າມບໍ່ໃຫ້ໃຊ້ກິລິຍາມາລະຍາດທີ່ເປັນບັນຫາລົບ ຕໍ່ນັກຂັບຂີ່ຜູ້ ອື່ນໆ, ໃຫ້ຄິດເຫັນໃຈເຊິ່ງກັນແລະກັນ ແລະ ໃຫ້ຮັບຮູ້ນໍາກັນວ່າ ໃນມື້ເປີດສົກຮຽນໃໝ່ນັ້ນ; ເປັນມື້ທີ່ມີຄວາມສໍາຄັນທີ່ສຸດ, ທຸກຄົນໃຜກໍຢາກໄປສົ່ງລູກຫຼານ ຂອງຕົນເອງໃຫ້ທັນເວລາ. ສະນັ້ນ, ຈຶ່ງຢາກໃຫ້ທຸກຄົນເອົາໃຈໃສ່ປະຕິບັດຕາມ ກົດລະບຽບການສັນຈອນຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພຂອງທຸກຝ່າຍ.