ຄະນະ ໜ່ວຍພັກຫ້ອງການ ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ກໍ່ສ້າງ ພະນັກງານເປັນປົກກະຕິ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ສາມາດສ້າງພັກ ແລະ ສະມາຊິກພັກມີຄວາມປອດໃສເຂັ້ມແຂງໜັກແໜ້ນ.

ໜ່ວຍພັກຫ້ອງການ ປກ ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ
ໜ່ວຍພັກຫ້ອງການ ປກ ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຫ້ອງການ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2019, ເຂົ້າຮ່ວມໂດຍ ສະຫາຍ ພັອ ສົມໝາຍ ພົມມະຈັນ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະ ນະພັກ, ສະມາຊິກພັກສົມບູນ ແລະ ແຂກ ຮັບເຊີນເຂົ້າຮ່ວມ; ສະຫາຍ ພັທ ສີນະຄອນ ສຸລິວົງສາ ເລຂາໜ່ວຍ ພັກ ຫົວໜ້າຫ້ອງການ ປກ ຜ່ານບົດລາຍງານການຊີ້ນຳ-ນຳພາ ໄລຍະ 3 ປີຜ່ານມາວ່າ: ຄະນະໜ່ວຍພັກຫ້ອງການໄດ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານຢ່າງຕໍ່ເນື່ອງ ໂດຍໄດ້ຍຶດໝັ້ນ ແລະ ປະ ຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ສະມາ ຊິກພັກ ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ປະຕິບັດລະບອບຮ່ວມຊີວິດພັກ, ສ່ອງແສງລາຍ ງານ, ເສຍເງິນບໍາລຸງພັກ ເປັນປົກກະຕິ ແລະ ໄດ້ຄົ້ນຄວ້າຂຶ້ນເປົ້າໝາຍມະຫາຊົນກ້າວໜ້າເຂົ້າພັກ, ເລື່ອນສະມາ ຊິກພັກສໍາຮອງຂຶ້ນສົມບູນປີລະ 2-3 ສະຫາຍ ແລະ ໄດ້ເອົາໃຈໃສ່ໃນການກໍານົດເປົ້າໝາຍບໍາລຸງ-ກໍ່ສ້າງພະນັກ ງານ, ບັນຈຸຈັດວາງພະນັກງານເຂົ້າໃນຕໍາແໜ່ງງານຕ່າງໆແຕ່ລະພະ ແນກຢ່າງເໝາະສົມທີ່ມີລັກສະນະສືບທອດຕໍ່ເນື່ອງ, ທັງຮັບປະກັນທາງດ້ານຄຸນທາດການເມືອງ, ມີຄວາມຮູ້-ຄວາມສາມາດໃນລະດັບອັນແນ່ນອນ. ໃນນັ້ນ, ໄດ້ຮັບການແຕ່ງຕັ້ງເປັນຮອງຫ້ອງ 2 ສະຫາຍ, ຫົວໜ້າາພະແນກ 2 ສະຫາຍ, ຮອງພະແນກ 3 ສະຫາຍ ແລະ ໄປຍົກລະດັບທາງດ້ານວິຊາສະເພາະທັງບໍາລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ 13 ສະຫາຍ ແລະ ດ້ານທິດສະດີ 2 ສະຫາຍ.

ໜ່ວຍພັກຫ້ອງການ ປກ ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ
ໜ່ວຍພັກຫ້ອງການ ປກ ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ. ໃນນັ້ນ, ເລືອກໄດ້ ພັທ ສີນະຄອນ ສຸລິວົງສາ ເປັນເລຂາໜ່ວຍພັກຫ້ອງການ, ສະຫາຍ ພັທ ໄພ ສອນ ສີຫາໄຊ ເປັນຮອງເລຂາ ແລະ ສະຫາຍ ພັທ ບຸນຕັ້ງ ພະໂຄຕະມະ ເປັນປະທານກວດກາພັກ ເພື່ອສືບຕໍ່ເຮັດວຽກງານກໍ່ສ້າງພັກ – ກໍ່ສ້າງພະນັກງານ ຢ່າງເນື່ອງນິດລຽນຕິດ ແລະ ເປັນປະຈຳ ໂດຍຍົກສູງບົດບາດການນໍາພາຂອງພັກ, ສ້າງພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງໃຫ້ສະມາຊິກພັກເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງທັງສຸມໃສ່ສຶກສາອົບຮົມມະຫາຊົນຜູ້ດີເດັ່ນຈາກຂະບວນການວຽກງານຕົວຈິງ ເຂົ້າເປັນສະມາຊິກພັກ ໃຫ້ສາມາດຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ.

 ປ່ອນບັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່
ປ່ອນບັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່