ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກການເມືອງ ກົມສື່ສານ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະໜ່ວຍພັກການເມືອງ ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ໜ້າທີ່ໂດຍສະເພາະສຸມໃສ່ຊີນຳ-ນຳພາການ ບໍາລຸຸງ ແລະ ກໍ່ສ້າງພະນັກງານວິຊາສະເພາະໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ດ້ວຍການສົ່ງໄປຍົກລະດັບທາງດ້ານທິດສະດີ.

ພັທ ວັນນະຄອນ ໄພໂລດ ເລຂາ ໜ່ວຍພັກການເມືອງ ຮອງຫົວໜ້າກົມສື່ສານ ກະຊວງ ປກສ ກ່າວວ່າ: ຜ່ານມາ, ຄະນະໜ່ວຍພັກການເມືອງ ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ດ້ວຍຄວາມຮັບຜິດ ຊອບ ສູງ, ຮັບປະກັນວຽກງານເສນາທິ ການໃຫ້ແກ່ຄະນະພັກ-ຄະນະກົມ ໃຫ້ມີຜົນສໍາເລັດ ເພື່ອຕອບສະ ໜອງໜ້າທີ່ວິຊາສະເພາະ ໃນສະເພາະໜ້າ ແລະ ຍາວນານ ໂດຍສຸມໃສ່ການບໍາລຸງ, ກໍ່ສ້າງພະນັກງານໃຫ້ເປັນລະບົບຄົບຊຸດທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນສົ່ງໄປຍົກລະດັບປະລິນຍາຕີ 3 ສະຫາຍ, ຊັ້ນສູງ 16 ສະຫາຍ, ຍົກລະດັບວິຊາສະເພາະດ້ວຍທຶນຕົນເອງ 3 ສະຫາຍ ແລະ ທິດສະດີການເມືອງ 1 ສະຫາຍ. ສໍາເລັດຊຸດຮຽນບໍາລຸງວຽກງານວິຊາສະເພາະສື່ສານ 3 ເດືອນ ມີ 53 ສະຫາຍ ຍິງ 11 ສະຫາຍ, ລະບົບກໍ່ສ້າງ 1 ປີ ມີ 163 ສະຫາຍ ຍິງ 33 ສະຫາຍ, ຝຶກອົບຮົມວິຊາສະເພາະວຽກງານສື່ສານໄລຍະສັ້ນໄດ້ 2 ຊຸດມີ 88 ສະຫາຍ ຍິງ 9 ສະຫາຍ ແລະ ຝຶກອົບຮົມລະບຽບໃຫ້ກາໍລັງໃໝ່ໄດ້ 1 ຊຸດ ມີ 18 ສະຫາຍ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກການເມືອງ ກົມສື່ສານ ກະຊວງ ປກສ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກການເມືອງ ກົມສື່ສານ ກະຊວງ ປກສ

ທິດທາງແຜນການຕໍ່ໜ້າ, ໜ່ວຍພັກການເມືອງຈະສືບຕໍ່ກໍ່ສ້າງ ແລະ ບໍາລຸງພະນັກງານວິຊາສະເພາະໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ດ້ວຍການສົ່ງໄປຍົກລະດັບທາງດ້ານທິດສະດີ, ວິຊາສະເພາະດ້ານຕ່າງໆໃຫ້ໄດ້ຕາມແຜນການຂອງຄະນະພັກຮາກຖານວາງອອກ, ໂດຍປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຂໍທຶນລະດັບຕ່າງໆໃຫ້ມີຈໍານວນຫຼາຍຂຶ້ນ ຖືກກັບຂະແໜງວິຊາສະເພາະຂອງກົມກອງ, ສູ້ຊົນເປີດຊຸດຮຽນສື່ສານລະບົບຊັ້ນສູງ 1 ຊຸດ, ບໍາລຸງວິຊາສະເພາະສື່ສານລະບົບ 5 ເດືອນ 1-2 ຊຸດ ແລະ ຝຶກອົບຮົມໄລຍະສັ້ນ 1-2 ຊຸດ, ພ້ອມນັ້ນ, ກໍຊຸກຍູ້ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນໜ່ວຍໄປຍົກລະດັບດ້ວຍທຶນຕົນເອງດ້ານພາສາຕ່າງປະເທດໃຫ້ຫຼາຍຂຶ້ນກ່ວາເກົ່າ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກການເມືອງ ກົມສື່ສານ ກະຊວງ ປກສ
ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກການເມືອງ ກົມສື່ສານ ກະຊວງ ປກສ

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2019, ໂດຍມີ ພັອ ແສງປະເສີດ ສຸທຳມະວົງ ປະທານກວດກາພັກ, ຮອງຫົວໜ້າກົມສື່ສານ ກະຊວງ ປກສ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ, ບັນດາສະມາຊິກພັກໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກການເມືອງຊຸດໃໝ່, 3 ສະຫາຍ ຄື: ພັທ ວັນນະຄອນ ໄພໂລດ ເປັນເລຂາ, ພັທ ພູຊັນ ເປັນ ຮອງເລຂາ, ພັທ ຄຳເພື່ອນ ນາມມະວົງ ເປັນປະທານກວດກາ