ເຈົ້າໜ້າທີ່ ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັບເປົ້າໝາຍຄ້າຂາຍຢາເສບຕິດ ຄາປອມຍາມ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານພະຂາວ ເມືອງໄຊເສດຖາ, ຊື່ ທ້າວ ພຸດອຸດອນ ຫຼື ຕາມົນ ອາຍຸ 29 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ພ້ອມຂອງກາງຢາບ້າ 600 ເມັດ ໃນວັນທີ 6 ສິງຫາ 2019.

ຈັບເປົ້າໝາຍຄ້າຂາຍຢາເສບຕິດ ຄາປອມຍາມ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານພະຂາວ ເມືອງໄຊເສດຖາ
ຈັບເປົ້າໝາຍຄ້າຂາຍຢາເສບຕິດ ຄາປອມຍາມ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານພະຂາວ ເມືອງໄຊເສດຖາ

ການມ້າງຄະດີດັ່ງກ່າວ, ໃນເບື້ອງຕົ້ນ ໃນເດືອນກໍລະກົດ 2019, ພາຍຫຼັງເຈົ້າໜ້າທີ່ ສົມທົບກັບ ປກສ ກຸ່ມ VII ລົງແກ້ໄຂຈຸດມົ້ວສຸມ ຢູ່ບ້ານດຸງ ເມືອງໄຊເສດຖາ ແລະ ຈັບຜູ້ມົ້ວສຸມໄດ້ຈຳນວນໜຶ່ງ; ຈາກການສອບສວນກຸ່ມມົ້ວສຸມດັ່ງກ່າວ ໄດ້ໃຫ້ການເປັນຄຳດຽວກັນວ່າ: ຢາບ້າທີ່ເອົາມາເສບ ແມ່ນໄດ້ຊື້ນຳ ທ້າວ ຕາມົນ ທີ່ຂາຍຢູ່ເຂດບ້ານພະຂາວ ເມືອງໄຊເສດຖາ; ສະນັ້ນ, ມາຮອດວັນທີ 6 ສິງຫາ 2019 ເວລາປະມານ 16:00 ໂມງ ຈຶ່ງໄດ້ເຂົ້າຈັບຕົວ ທ້າວ ຕາມົນ ພ້ອມຂອງກາງຢາບ້າ 3 ຖົງ ເທົ່າກັບ 600 ເມັດ ມາສອບສວນ.

ທ້າວ ພຸດອຸດອນ ຫຼື ຕາມົນ ອາຍຸ 29 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ຖືກຈັບຖານຄ້າຂາຍຢາບ້າ
ທ້າວ ພຸດອຸດອນ ຫຼື ຕາມົນ ອາຍຸ 29 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ຖືກຈັບຖານຄ້າຂາຍຢາບ້າ

ຜ່ານການສອບສວນ, ທ້າວ ພຸດອຸດອນ ຫຼື ຕາມົນ ຮັບສາລະພາບຕໍ່ເຈົ້າໜ້າທີ່ ວ່າ:

ໄດ້ເລີ່ມເຄື່ອນໄຫວເສບຢາບ້າ ມາແຕ່ປີ 2015, ຢາບ້າທີ່ເອົາມາເສບ ແມ່ນຊື້ນໍາໄວລຸ້ນຢູ່ແຖວບ້ານ, ຊື້ຄັ້ງລະ 2-3 ເມັດ ແລ້ວນຳມາເສບຢູ່ເຮືອນ ແລະ ບ່ອນເຮັດວຽກຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານພະຂາວ ( ເປັນຍາມ ) ແລະ ຍັງບໍ່ເຄີຍຖືກຜູ້ປົກຄອງ ຫຼື ຍາດພີ່ນ້ອງສົ່ງໄປບໍາບັດຈັກເທື່ອ.

ຜູ້ກ່ຽວຮັບສາລະພາບ ພົວພັນຄ້າຂາຍຢາເສບຕິດ ມາຫຼາຍຄັ້ງຕັ້ງແຕ່ປີ 2015
ຜູ້ກ່ຽວຮັບສາລະພາບ ພົວພັນຄ້າຂາຍຢາເສບຕິດ ມາຫຼາຍຄັ້ງຕັ້ງແຕ່ປີ 2015

ຕົກມາຮອດເດືອນມັງກອນ 2019, ໄດ້ຮູ້ຈັກກັບໄວລຸ້ນ ອາຍຸປະມານ 22 ປີ ຢູ່ບ້ານປາກຊາບ ເມືອງໄຊທານີ ຮູ້ຈັກກັນດ້ວຍໝູ່ຕໍ່ໝູ່, ຫຼັງຈາກນັ້ນ ກໍຮູ້ວ່າຜູ້ກ່ຽວຂາຍຢາບ້າ ຈຶ່ງໄດ້ໄປພົວພັນ ແລະ ຊື້ຢາບ້ານໍາ ຄັ້ງລະ 2-3 ເມັດ ມາເສບເປັນຈຳນວນຫຼາຍຄັ້ງ ຈົນບໍ່ສາມາດຈື່ໄດ້.

ຂອງກາງຢາບ້າ ທີ່ຢຶດມາໄດ້ ພ້ອມໂທລະສັບ 1 ເຄື່ອງ
ຂອງກາງຢາບ້າ ທີ່ຢຶດມາໄດ້ ພ້ອມໂທລະສັບ 1 ເຄື່ອງ

ມາເດືອນພຶດສະພາ 2019, ໄດ້ໄປພົວພັນເອົາຢາບ້ານຳຜູ້ກ່ຽວມາຂາຍ ຈາກນັ້ນປະມານ 1 ອາທິດ ຜູ້ກ່ຽວໄດ້ເອົາຢາບ້າໄປໃຫ້ຢູ່ບ່ອນເຮັດວຽກ ຈຳນວນ 20 ເມັດ ຜູ້ກ່ຽວໃຫ້ຕິດໜີ້ ໄດ້ເງິນແລ້ວຈຶ່ງຈ່າຍຕາມຫຼັງ, ເມື່ອໄດ້ຢາບ້າແລ້ວ ກໍນຳຢາບ້າໄປຂາຍໃຫ້ພວກທີ່ມົ້ວສຸມ ຄັ້ງລະ 2-5 ເມັດ ໂດຍເອົາສະຖານທີ່ເຮັດວຽກເປັນບ່ອນຂາຍຢາບ້າ ແລະ ບາງເທື່ອກໍນຳຢາບ້າມາຂາຍຢູ່ເຮືອນ; ຜ່ານມາ, ໄດ້ຮັບເອົາຢາບ້າມາຂາຍໃນຮູບການແບບຕິດໜີ້ ມາແລ້ວຫຼາຍຄັ້ງ ບໍ່ສາມາດຈື່ໄດ້.

ຖືກຈັບຖານຄ້າຂາຍຢາບ້າ ພ້ອມຂອງກາງ 600 ເມັດ ຢູ່ປ້ອມຍາມ ໂຮງແຮມແຫ່ງໜຶ່ງ ເຂດບ້ານພະຂາວ
ຖືກຈັບຖານຄ້າຂາຍຢາບ້າ ພ້ອມຂອງກາງ 600 ເມັດ ຢູ່ປ້ອມຍາມ ໂຮງແຮມແຫ່ງໜຶ່ງ ເຂດບ້ານພະຂາວ

ມາໃນເດືອນກໍລະກົດ 2019, ຜູ້ກ່ຽວ ໄດ້ເອົາຢາບ້າມາສົ່ງໃຫ້ຈຳນວນ 3 ຖົງ ເທົ່າກັບ 600 ເມັດ ຄັ້ງນີ້ນັດຈຸດຊື້-ຂາຍ ຢູ່ເຂດເສັ້ນທາງເຂດບ້ານພະຂາວ ເມື່ອໄດ້ຢາບ້າແລ້ວກໍແບ່ງຂາຍ ປະມານ 2 ອາທິດ ກໍຂາຍໝົດ; ມາວັນທີ 6 ສິງຫາ, ໄດ້ໂທລະສັບສັ່ງເອົາຢາບ້າຈຳນວນ 3 ຖົງ ມາສົ່ງໃຫ້ຕາມທີ່ນັດໝາຍ ແຕ່ຍັງບໍ່ທັນໄດ້ຂາຍເທື່ອ ກໍຖືກ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາ ກັກຕົວຄາປ້ອມຍາມ ພ້ອມທັງກວດຄົ້ນພົບຢາບ້າ 3 ຖົງ ໄປດຳເນີນຄະດີ.