ພົຕ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ໃນຂົງເຂດວຽກງານທາງດ້ານເຕັກນິກ ໃນອາທິດຜ່ານມາ; ຕ້ອນຮັບໂດຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັບຟັງການລາຍງານສະພາບໂດຍຫຍໍ້ ຈາກຄະນະກອງບັນຊາການ ທະຫານນະຄອນຫຼວງວຽງຈັນ
ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັບຟັງການລາຍງານສະພາບໂດຍຫຍໍ້ ຈາກຄະນະກອງບັນຊາການ ທະຫານນະຄອນຫຼວງວຽງຈັນ

ພັທ ວົງຈິດ ໄຟສະຫວ່າງ ຫົວໜ້າຫ້ອງເຕັກນິກ ທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານໃນຂົງເຂດການຄຸ້ມຄອງວຽກງານເຕັກນິກ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ວ່າ: ໃນໄລຍະຜ່ານມາ, ຫ້ອງການເຕັກນິກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງກົມໃຫຍ່ເສນາທິການກອງທັບ ແລະ ກົມໃຫຍ່ເຕັກນິກ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ໃກ້ຊິດຕິດແທດກັບບັນດາອ້າຍ-ນ້ອງພາຍໃນກົມກອງຂອງຕົນ ແລະ ກົມກອງອ້ອມຂ້າງທີ່ຂຶ້ນກັບ ໂດຍສະເພາະແມ່ນລົງຊີ້ນຳແຜນງານການຄຸ້ມຄອງພາຫະນະເຕັກນິກ, ອາວຸດ-ລູກກະສູນທີ່ຂັ້ນເທິງປະກອບໃຫ້ຢ່າງເປັນປົກກະຕິ; ເຮັດໃຫ້ແບບແຜນວິທີເຮັດວຽກຂອງອ້າຍ-ນ້ອງມີ ຄວາມກ້າວໜ້າທັນສະໄໝຂຶ້ນເປັນກ້າວໆ ໂດຍສະເພາະແມ່ນມີແບບແຜນໃນການຄຸ້ມຄອງ-ນຳໃຊ້, ປົກປັກຮັກສາ ບົວລະບັດຜັດເຊັດ, ມີການເບີກຈ່າຍ ເປັນອັນລະອຽດຈະແຈ້ງ ແລະ ມີຄວາມຮັບຜິດຊອບສູງເຂົ້າໃນວຽກງານວິຊາສະເພາະຂອງຕົນຢ່າງແທ້ຈິງ ຮັບປະກັນທາງດ້ານຄຸນນະພາບ ເພື່ອກຽມພ້ອມສູ້ຮົບ 100%.

ໂອກາດນີ້, ພົຕ ແອສະໄໝ ເລືອງວັນໄຊ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ທຸກຂັ້ນເອົາໃຈໃສ່ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກຢ່າງຕັ້ງໜ້າ ໂດຍສະເພາະແມ່ນຕ້ອງໄດ້ເອົາໃຈໃສ່ການກຽມພ້ອມສູ້ຮົບ ໂດຍເລັ່ງໃສ່ລະບົບປະຈໍາການໃຫ້ມີຄວາມພ້ອມຕະຫຼອດ 24 ຊົ່ວໂມງ ເປັນຕົ້ນແມ່ນກຽມຄວາມພ້ອມທາງດ້ານຈຳນວນພົນ, ພາຫະນະລົດ, ອາວຸດ-ລູກກະສູນ ແລະອື່ນໆໃຫ້ເປັນລະບົບຄົບຊຸດ, ກວດກາຄຸນນະພາບຂອງວັດຖຸຮັບໃຊ້ໃຫ້ມີຄວາມຮັບປະກັນ 100% ເພື່ອກຽມພ້ອມເຮັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດເປັນຢ່າງສູງ.