ໜ້າຫຼັກ Tags ຢາບ້າ

Tag: ຢາບ້າ

ໄລ່ສະກັດລົດກະບະ ຕ້ອງສົງໄສ ກວດພົບ 120.000 ເມັດ

ທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໄລ່ສະກັດຈັບລົດຖືກສົງໄສຂົນສົ່ງສິ່ງຜິດກົດໝາຍ ທີ່ຂັບຂີ່ຜ່ານດ່ານຈຸດກວດກາຢູ່ຫຼັກກິໂລແມັດທີ 29 ລະຫວ່າງ ເສັ້ນທາງເມືອງນາໝໍ້-ເມືອງໄຊ ຜ່ານການຕິດຕາມພົບເຫັນລົດດັ່ງກ່າວຈອດຖິ້ມໄວ້ແຄມທາງ ເຈົ້າໜ້າທີ່ກວດຄົ້ນພົບຢາບ້າ 60 ມັດ ເທົ່າກັບ 120.000 ເມັດ ສ່ວນຜູ້ຂັບຂີ່ແມ່ນເອົາຕົວຫຼົບໜີເຂົ້າປ່າ ກ່ອນເຈົ້າໜ້າທີ່ໄປຮອດ ແຕ່ຕິດຕາມຈັບໄດ້ 1 ຄົນ ໃນວັນດຽວກັນ. ເຫດການສະກັດກວດຢຶດຢາບ້າ 120.000...

ຈັບພໍ່ລູກຄາລົດຈັກ ພ້ອມຢາບ້າ 18.000 ເມັດ

ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ສະກັດຈັບພໍ່ລູກຄາລົດຈັກ ພ້ອມຢາບ້າ 18.000 ເມັດ ທີ່ຊຸກເຊື່ອງຢູ່ໃນຖົງເປ້ພວກກ່ຽວ ໃນຂະນະທີ່ຂັບຂີ່ລົດຈັກຕາມເສັ້ນທາງ ພາຍຫຼັງກັບມາແຕ່ຮັບເອົາຢາບ້າ; ການຈັບກຸມດັ່ງກ່າວ ມີຂຶ້ນໃນຄັ້ງວັນທີ 25 ພຶດສະພາ 2018 ທີ່ຜ່ານມາ, ຢູ່ເສັ້ນທາງເຂດບ້ານເອີຫຼ້າ ເມືອງສິງ ແຂວງຫຼວງນໍ້າທາ. ເຈົ້າໜ້າທີ່ ປກສ ເມືອງສິງ ໃຫ້ຮູ້ວ່າ:...