ທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໄລ່ສະກັດຈັບລົດຖືກສົງໄສຂົນສົ່ງສິ່ງຜິດກົດໝາຍ ທີ່ຂັບຂີ່ຜ່ານດ່ານຈຸດກວດກາຢູ່ຫຼັກກິໂລແມັດທີ 29 ລະຫວ່າງ ເສັ້ນທາງເມືອງນາໝໍ້-ເມືອງໄຊ ຜ່ານການຕິດຕາມພົບເຫັນລົດດັ່ງກ່າວຈອດຖິ້ມໄວ້ແຄມທາງ ເຈົ້າໜ້າທີ່ກວດຄົ້ນພົບຢາບ້າ 60 ມັດ ເທົ່າກັບ 120.000 ເມັດ ສ່ວນຜູ້ຂັບຂີ່ແມ່ນເອົາຕົວຫຼົບໜີເຂົ້າປ່າ ກ່ອນເຈົ້າໜ້າທີ່ໄປຮອດ ແຕ່ຕິດຕາມຈັບໄດ້ 1 ຄົນ ໃນວັນດຽວກັນ.

ເຫດການສະກັດກວດຢຶດຢາບ້າ 120.000 ເມັດ ດັ່ງກ່າວນີ້ ໄດ້ເກີດຂຶ້ນໃນວັນທີ 15 ສິງຫາ 2018 ໂດຍເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ສະກັດກວດພົບຢູ່ໃນລົດກະບະວີໂກ້ ສີປອນເງິນ ໝາຍເລກທະບຽນ ກກ 6818 ຊຽງຂວາງ ແລ່ນມາຕາມເສັ້ນທາງຈາກເມືອງນາໝໍ້ ມຸ່ງໜ້າເຂົ້າມາເມືອງໄຊ ຈຶ່ງໄດ້ສັນຍານເຕືອນໃຫ້ຈອດ ເພື່ອກວດກາຕາມລະບຽບການແຕ່ບໍ່ໃຫ້ການຮ່ວມມື ແລະ ບໍ່ຍອມຈອດລົດ ພ້ອມຂັບຂີ່ຜ່ານຈຸດກວດກາ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂັບລົດຕິດຕາມ ໄປໄດ້ໄລຍະໜຶ່ງເຫັນລົດຄັນດັ່ງກ່າວຈອດຢູ່ຂ້າງທາງ ແລະ ເຫັນຊາຍສອງຄົນແລ່ນອອກຈາກລົດເຂົ້າໄປປ່າແຄມທາງ. ຈຶ່ງເຂົ້າກວດຄົ້ນລົດວີໂກ້ພົບຂອງກາງ ຢາເສບຕິດ ປະເພດຢາບ້າຈຳນວນ 60 ມັດ ເທົ່າກັບ 120.000 ເມັດ, ໜັກ 14 ກິໂລກຼາມ ທີ່ຊຸກເຊື່ອງໄວ້ຢູ່ກ້ອງເບາະໜ້າເບື້ອງຂວາຂອງລົດ ຈຶ່ງຢຶດລົດ ແລະ ຂອງກາງດັ່ງກ່າວມາຮັກສາໄວ້ ແລະ ໄດ້ສືບຕໍ່ຈັດຕັ້ງການເວນຍາມຢູ່ຈຸດທີ່ຄົນຮ້າຍເອົາຕົວຫຼົບໜີ.

ຜ່ານການຕິດຕາມ ມາຮອດເວລາປະມານ 6:00 ໂມງ ຂອງວັນດຽວກັນ ເຫັນ ທ້າວ ເກັງທໍ່ ອາຍຸ 17 ປີ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ (ຮູ້ຊື່ຕາມພາຍຫຼັງ) ຍ່າງອອກຈາກປ່າ ຈຶ່ງໄດ້ກັກຕົວຜູ້ກ່ຽວມາສອບສວນ ຜູ້ກ່ຽວຮັບສາລະພາບ: ໄດ້ຂົນສົ່ງຢາເສບຕິດຈຳນວນດັ່ງກ່າວແທ້, ສ່ວນພັກພວກອີກ 1 ຄົນ ແມ່ນໄດ້ຫຼົບໜີໄປຄົນລະທາງ; ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ເລັ່ງສືບສວນ-ສອບສວນຂະຫຍາຍຜົນເພີ່ມເຕີມ ເພື່ອຕິດຕາມກັກຕົວພັກພວກທີ່ຫຼົບໜີ.