ໃນໂອກາດທີ່ ພັອ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ ໄດ້ເຂົ້່າຮ່ວມໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງກໍາມະບານຮາກຖານ ກົມໃຫຍ່ພະລາທິການ ກະຊວງ ປກສ ທີ່ໄດ້ຈັດຂຶ້ນໃນວັນທີ 22 ສິງຫາ 2018 ກໍໄດ້ໂອ້ລົມເນັ້ນໃຫ້ ຄະນະບໍລິຫານງານກຳມະບານຮາກຖານ ກົມໃຫຍ່ພະລາທິການ ຈົ່ງເອົາໃຈໃສ່ພັດທະນາອົງການຈັດຕັ້ງກຳມະບານໃຫ້ເຕີບໃຫຍ່ຂະຫຍາຍຕົວ ແນໃສ່ຮັບປະກັນໃຫ້ສະມາຊິກມີຄວາມກຽມພ້ອມຮັບໃຊ້ວຽກງານ ປກສ ໃຫ້ມີຜົນສຳເລັດຮອບດ້ານ.

ທ່ານກ່າວເນັ້ນວ່າ: ເພື່ອຮັບປະກັນໃຫ້ອົງການຈັດຕັ້ງກຳມະບານ ກົມໃຫຍ່ພະລາທິການ ໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ເພື່ອຮັບປະກັນໃຫ້ສະມາຊິກກຽມພ້ອມຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດຮອບດ້ານ; ກ່ອນອື່ນໝົດ ຄະນະກໍາມະບານຮາກຖານ ກົມໃຫຍ່ ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ ມີຄວາມຕື່ນຕົວທາງດ້ານຊົນຊັ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີລະດັບການເມືອງ, ວັດທະນະທຳ ແລະ ວິຊາສະເພາະອັນແນ່ນອນ, ມີສະຕິປົກປັກຮັກສາວັດຖຸສິ່ງຂອງໆລັດ ແລະ ລວມໝູ່, ນຳໃຊ້ໃຫ້ຖືກຕ້ອງ, ຮູ້ຈັກປະຢັດມັດທະຍັດ, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ, ດຸໝັ່ນເຮັດວຽກງານຕາມການຈັດຕັ້ງມອບໝາຍ. ພ້ອມທັງນຳພາຄຸ້ມຄອງສະມາຊິກກຳມະບານ ໃຫ້ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຮັກສາບົດບາດນໍາພາເປັນເຈົ້າການກໍ່ສ້າງມະຫາຊົນທຸກຂົງເຂດວຽກງານ, ຕັ້ງໜ້າຝຶກຝົນຫໍ່ຼຫຼອມຕົນເອງໃນການຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.

ໃນກອງປະຊຸມ, ພັທ ບັນຈົງ ສີດາວົງ ປະທານຄະນະບໍລິຫານງານກຳມະບານຮາກຖານ ກົມໃຫຍ່ພະລາທິການ ກ່າວວ່າ: ໃນໄລຍະ 3 ປີ (2013-2017) ຄະນະບໍລິຫານງານກໍາມະບານຮາກຖານ ກົມໃຫຍ່ພະລາທິການ ໄດ້ຊຸກຍູ້ໃຫ້ສະມາຊິກກຳມະບານ, ບັນດາຂະແໜງການວິຊາສະເພາະ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານຂົງເຂດຄວາມຮັບຜິດຊອບຢ່າງຕັ້ງໜ້າ ເປັນຕົ້ນແມ່ນວຽກງານອຸປະໂພກ-ບໍລິໂພກ ໄດ້ເປັນເຈົ້າການຊ່ວຍຜູ້ບັນຊາໃນການຄົ້ນຄວ້າປັບປຸງດ້ານລະບຽບການປະກອບເຄື່ອງນຸ່ງຫົ່ມ, ໄດ້ຂຶ້ນແຜນຮັບປະກັນພະລາທິການໃນການຈັດຊື້ເຄື່ອງຮັບໃຊ້ເຫຼົ່າຮັບວິຊາສະເພາະ ຈຳນວນ 76 ລາຍການ ໃນມູນຄ່າທັງໝົດ 144 ຕື້ກີບ, ໄດ້ເບີກຈ່າຍເຄື່ອງປະຈຳປີ ເຄື່ອງຍາວນານໃຫ້ແກ່ນາຍ ແລະ ພົນຕຳຫຼວດຄົບຖ້ວນ, ວຽກງານໂຮງໝໍ 5 ເມສາ ໄດ້ເອົາໃຈໃສ່ປິ່ນປົວສຸຂະພາບພະນັກງານ-ນັກຮົບ ຕະຫຼອດຮອດປະຊາຊົນທຸກຊັ້ນຄົນ, ໄດ້ກວດສຸຂະພາບການນຳ ປະຈຳປີ (3 ປີ) ທັງໝົດ 5.185 ຄົນ, ປິ່ນປົວຄົນເຈັບ ທັງໝົດ 4.692 ຄົນ, ຜ່າຕັດ 925 ຄົນ, ກວດເຂດນອກ 31.365 ຄົນ, ກວດສຸກເສີນ 15.139 ຄົນ, ກວດວິເຄາະ 58.538 ຄົນ, ກວດເອໂກ-ລັງສີ, 20.042 ຄົນ, ປິ່ນປົວວັນນະໂລກ 22 ຄົນ, ກວດ HIV 1.334 ຄົນ, ກວດພະຍາດຍິງ ແລະ ແມ່ມານ 6.689 ຄົນ, ຊ່ວຍເກີດລູກ 878 ຄົນ, ຜ່າຕັດເອົາລູກ 179 ຄົນ, ແທກກະແສຫົວໃຈ 5.540 ຄົນ, ຈ່າຍຢາເຂດນອກສຸກເສີນ ແລະ ນອກໂຮງໝໍ 25.200 ຄັ້ງ, ຮັບຢາເຂົ້າສາງ 75 ຄັ້ງ.