ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຄົບຮອບ 43 ປີ ( 26 ສິງຫາ 1975-26 ສິງຫາ 2018 ) ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2018 ໂດຍມີ ທ່ານ ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະກອງບັນຊາການ, ຄະນະກອງບັນຊາການ ປກສ 9 ຕົວເມືອງ, ຫ້ອງ, ກອງ, ຄ້າຍຄຸມຂັງ, ພະນັກງານອາວຸໂສບໍານານ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫ່ຼງອ້ອມຂ້າງ ປກສ ນະຄອນຫຼວງ ເຂົ້າຮ່ວມ.

ໃນພິທີ, ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຂຶ້ນກ່າວ ບົດຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງ ປກສ ນະຄອນຫຼວງວຽງຈັນ ໂດຍມີບາງຕອນ ທ່ານກ່າວວ່າ: ໂດຍສືບຕໍ່ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງໄດ້ສ້າງຕັ້ງຂຶ້ນວັນທີ 5 ເມສາ 1961

ມາຮອດກາງປີ 1975 ພາຍຫຼັງຢຶດອຳນາດວັນທີ 23 ສິງຫາ 1975, ສອງ-ສາມວັນຕໍ່ມາ ກົມການເມືອງສູນກາງພັກ, ຄະນະພັກການທະຫານສູນກາງ ປະທານ ຄຳໄຕ ສີພັນດອນ ໄດ້ເອີ້ນ ທ່ານ ບຸນມາ ມີທອງ ໄປພົບ ແລະ ໄດ້ມອບໝາຍໜ້າທີ່ໃຫ້ເພິ່ນເປັນ ຫົວໜ້າຕຳຫຼວດຮັບຜິດຊອບ ແຂວງກຳແພງນະຄອນ ( ນະຄອນຫຼວງວຽງຈັນ ໃນປັດຈຸບັນ ),

ຈາກຄວາມໝາຍຄວາມສຳຄັນໃນປະຫວັດສາດນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 1798/ປກສ, ລົງວັນທີ 8 ຕຸລາ 2015 ຮັບຮອງເອົາວັນທີ 26 ສິງຫາ 1975 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ນັບແຕ່ໄດ້ຮັບການສ້າງຕັ້ງເຖິງປັດຈຸບັນ ກໍາລັງ ປກສ ນະຄອນຫຼວງວຽງຈັນ ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ການເສຍສະລະ ໃນການຕໍ່ສູ້ຕ້ານກັບກຸ່ມຄົນບໍ່ດີ, ດ້ວຍຜົນງານ ແລະ ຄຸນງາມຄວາມດີດັ່ງກ່າວ, ພັກ-ລັດ ຈຶ່ງໄດ້ຕົກລົງຍ້ອງຍໍສັນລະເສີນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄື: ມອບຫຼຽນໄຊອິດສະຫຼະຊັ້ນ I ຈໍານວນ 2 ໜ່ວຍ, ຫຼຽນໄຊອິດສະຫຼະ ຊັ້ນ II ຈຳນວນ 2 ໜ່ວຍ, ຫຼຽນໄຊອິດສະຫຼະ ຊັ້ນ III ຈຳນວນ 2 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 4 ໜ່ວຍ ແລະ ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 3 ໜ່ວຍ.

ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ກຳລັງ ປກສ ນະຄອນຫຼວງວຽງຈັນ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ໃນຕໍ່ໜ້າຄະນະນໍາກອງບັນຊາການ ພ້ອມດ້ວຍພະນັກງານ-ນັກຮົບ ຈະສຸມໃສ່ເພີ່ມທະວີການປະຕິບັດຕາມພາລະບົດບາດຂອງກອງບັນຊາການ ໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມຮັບປະກັນ, ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ນໍາພາວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ແກ້ໄຂປະກົດການຫຍໍ້ທໍ້ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງນະຄອນຫຼວງວຽງຈັນ ໃຫ້ຫຼຸດລົງຢ່າງຈະແຈ້ງ.