ເຈົ້າໜ້າທີ່ໜ່ວຍງານປາບປາມຢາເສບຕິດ ປກສ ແຂວງໄຊຍະບູລີ ມ້າງລາຍຄະດີ ຄ້າຂາຍຢາເສບຕິດ ໃນວັນທີ 6 ສິງຫາ 2018 ໄດ້ຂອງກາງ 56 ເມັດ, ມາສອບສວນ ແລະ ສາມາດຂະຫຍາຍຜົນຈັບຜູ້ຖືກຊັດທອດຄ້າຂາຍ ໄດ້ອີກ 1 ຄົນ ກັບຂອງກາງຢາບ້າ 550 ເມັດ ແລະ ອາວຸດເສິກ ພ້ອມລູກ ແລະ ເຄື່ອງຂອງກາງຄະດີ ທີ່ພົວພັນກັບການເຄື່ອນໄຫວຄ້າຂາຍຢາເສບຕິດຈຳນວນໜຶ່ງ ໄປດຳເນີນຄະດີ.

ຜູ້ຖືກຫາທີ່ທາງໜ່ວຍງານປາບປາມຢາເສບຕິດ ປກສ ແຂວງໄຊຍະບູລີ ກັກຕົວໄດ້ໃນເບື້ອງຕົ້ນ ຊື່ ທ້າວ ທອງວັນ ພູມມະນີ ອາຍຸ 25 ປີ ຢູ່ບ້ານໂນນສະຫວັນ ເມືອງ ແລະ ແຂວງໄຊຍະບູລີ ກັບຂອງກາງຢາບ້າ 56 ເມັດ, ໂທລະສັບ 2 ເຄື່ອງ ໃນວັນທີ 6 ສິງຫາ 2018, ຜູ້ກ່ຽວໃຫ້ການສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນຈະເອົາໄປຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢາເສບຕິດຢູ່ເຂດບ້ານ ແລະ ເທດສະບານເມືອງ ສ່ວນຢາບ້າທີ່ນຳມາຂາຍ ແມ່ນໄດ້ຊື້ນຳ ທ້າວ ຈັນໃຫຍ່ທໍ່ ອາຍຸ 30 ປີ ຢູ່ບ້ານຫ້ວຍຊໍາອໍ້ ເມືອງໄຊຍະບູລີ ແຂວງສະຫວັນນະເຂດ.

ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ ພ້ອມທັງຂຶ້ນເປົ້າໝາຍຕິດຕາມ ຮອດເວລາປະມານ 15:00 ໂມງ ກໍສາມາດກັກຕົວ ທ້າວ ຈັນໃຫຍ່ ໄດ້ຢູ່ເຮືອນຜູ້ກ່ຽວເອງ ພ້ອມຂອງກາງຢາບ້າ ຈຳນວນ 550 ເມັດ, ໂທລະສັບ 1 ເຄື່ອງ, ເງິນກີບ ຈໍານວນ 30.5000 ກີບ, ລົດຈັກ HONDA ສີດໍາ-ແດງ ບໍ່ມີໝາຍເລກທະບຽນ ແລະ ອຸປະກອນເສບຢາ 1 ຊຸດ, ປືນແກັບ 4 ກະບອກ, ປືນຫັນລີ 1 ກະບອກ ພ້ອມລູກຈໍານວນ 5 ລູກ, ລູກປືນ AK 1 ລູກ ແລະ ກ້ອງຖ່າຍຮູບ 1 ເຄື່ອງ; ປັດຈຸບັນ ແມ່ນຍັງສອບສວນຂະຫຍາຍເພີ່ມເຕີມກ່ຽວກັບທີ່ມາຂອງຢາເສບຕິດ.