ວຽກງານກໍ່ສ້າງ-ປັບປຸງຂົວທາງ ແມ່ນວຽກງານໜຶ່ງທີ່ເປັນຈຸດສຸມຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ເຂັ້ມງວດຕະຫຼອດມາ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນທຸກຊັ້ນຄົນ ໄປ-ມາໄດ້ສະດວກສະບາຍ; ນອກນີ້, ຍັງເປັນການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາເສັ້ນທາງຕ່າງໆໃນຂອບເຂດທົ່ວປະເທດ ແລະ ບັນດາປະເທດໃກ້ຄຽງ ເປັນເສັ້ນທາງໃນການຂົນສົ່ງສິນຄ້າຕ່າງໆເຂົ້າ-ອອກລະຫວ່າງປະເທດ; ສະເພາະ 6 ເດືອນຕົ້ນປີ 2018 ເສັ້ນທາງຫຼາຍເສັ້ນໃນທົ່ວປະເທດ ຖືກກໍ່ສ້າງ-ປັບປຸງຂົວທາງໃຫ້ດີຂຶ້ນ ແລະ ມີຜົນສໍາເລັດຈໍານວນໜຶ່ງ.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ກະຊວງ ຍທຂ ກ່າວວ່າ: ໃນ 6 ເດືອນຕົ້ນປີ 2018, ຄະນະນໍາ ກະຊວງ ຍທຂ ໄດ້ເອົາໃຈໃສ່ນໍາພາພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານຂົວທາງ ໂດຍນໍາພາກໍ່ສ້າງ ແລະ ປັບປຸງບັນດາເສັ້ນທາງອາຊຽນ, ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍໃນ, ເສັ້ນທາງຮັບໃຊ້ການຜະລິດ, ເສັ້ນທາງຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສັ້ນທາງຮັບໃຊ້ວຽກງານວັດທະນະທໍາ-ສັງຄົມ, ເສັ້ນທາງຫາຈຸດສຸມພັດທະນາຂອງລັດຖະບານ

ສະແດງອອກຄື: ໄດ້ສໍາເລັດໂຄງການກໍ່ສ້າງຂົວຂ້າມນໍ້າເຊກອງ ແລະ ກໍາລັງດໍາເນີນໂຄງການກໍ່ສ້າງ 3 ເສັ້ນ ແຕ່ເມືອງອະນຸວົງ ຫາ ເມືອງທ່າໂທມ ປະຕິບັດໄດ້ 76%, ແຕ່ພູຫົວຊ້າງ ຫາ ອ່າວໃຕ້ ເມືອງອະນຸວົງ ໄດ້ 93%, ແຕ່ຂົວນໍ້າຍອນ ຫາ ບ້ານລ່ອງແຈ້ງ ປະຕິບັດໄດ້ 72%, ໂຄງການກໍ່ສ້າງເສັ້ນທາງ ບ້ານນານົກຂຸ້ມ ເມືອງທຸລະຄົມ ຫາ ບ້ານນາໄຊ ເມືອງປາກງື່ມ ປະຕິບັດໄດ້ 84%, ໂຄງການກໍ່ສ້າງທາງ ເລກທີ 16A ປາກຊ່ອງ ຫາ ຫຼັກ 52 ແຂວງອັດຕະປື ປະຕິບັດໄດ້ 94%, ໂຄງການຟື້ນຟູ ທາງເລກ 9 ສັນຍາ 1 ປະຕິບັດໄດ້ 68%, ສັນຍາ 2 ປະຕິບັດໄດ້ 99%, ໂຄງການກໍ່ສ້າງທາງຫົງສາ ຫາ ຊຽງແມນ ຊ່ວງທີ 1 ແລະ ຊ່ວງທີ 2 ປະຕິບັດໄດ້ 69%, ໂຄງການກໍ່ສ້າງທາງ 6A ຫາງລ້ອງ ຫາ ສົບເບົາ ປະຕິບັດໄດ້ 84%, ໂຄງການກໍ່ສ້າງທາງຊໍາໃຕ້ ຫາ ທ່າເຫຼົ້າ ປະຕິບັດໄດ້ 92%, ໂຄງການກໍ່ສ້າງທາງແຕ່ 3 ແຍກນາຊາງ ຫາ ທົ່ງທູ້ ປະຕິບັດໄດ້ 91% ແລະ ໂຄງການອື່ນໆ ທີ່ຍັງສືບຕໍ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ; ຄຽງຄູ່ກັນນີ້, ຍັງຖືສໍາຄັນໃນການບູລະນະສ້ອມແປງຕາໜ່າງເສັ້ນທາງ ໂດຍສຸມໃສ່ຈັດຕັ້ງປະຕິບັດວຽກສ້ອມແປງທາງຫຼວງ ປີ 2018 ຈໍານວນ 119 ສັນຍາປະຕິບັດໄດ້ 69%.

ໃນ 6 ເດືອນທ້າຍປີ 2018, ກະຊວງ ຍທຂ ຈະສືບຕໍ່ກໍ່ສ້າງ ແລະ ປັບປຸງເສັ້ນທາງອາຊຽນ, ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍໃນ, ເສັ້ນທາງຮັບໃຊ້ການຜະລິດ, ເສັ້ນທາງຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເສັ້ນທາງເຂົ້າຫາເຂດຈຸດສຸມພັດທະນາ, ສືບຕໍ່ນໍາພາຊຸກຍູ້ບັນດາໂຄງການກໍ່ສ້າງຂົວ-ທາງ ໃຫ້ສໍາເລັດຕາມແຜນການ, ເອົາໃຈໃສ່ຊີ້ນໍາບັນດາໂຄງການບູລະນະຮັກສາທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້; ພ້ອມນີ້, ກໍເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການສ້າງແຫຼ່ງລາຍຮັບເພີ່ມໃຫ້ແກ່ ກົມກອງທຶນບູລະນະຮັກສາທາງຫຼວງ.