ປກສ ແຂວງຫຼວງພະບາງ ເຊື່ອມຊຶມມະຕິ VI ສະໄໝທີ X ຂອງພັກປະຊາຊົນ ປະຕິວັດລາວ

0
906

ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ VI ສະໄໝທີ X ໃນວັນທີ 21 ສິງຫາ 2018 ເປັນປະທານໂດຍ ພົຈວ ສົມຈັນ ແກ້ວຈັນດາ ຄະນະປະຈຳພັກ ແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ມີບັນດາຄະນະພັກກອງບັນຊາການ, ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພັທ ອ່ອນຈັນ ວິໄລຈິດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງພະບາງ ໄດ້ເຜີຍແຜ່ເອກະສານມະຕິ VI ສະໄໝທີ X ຂອງສູນກາງພັກປະຊາຊົນ ປະຕິວັດລາວ ໂດຍປະກອບມີບັນດາເນື້ອໃນຈຸດສຳຄັນຄື: ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ VI ສະໄໝທີ X ໄດ້ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໄລຍະ 2 ປີຜ່ານມາ; ມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍການຍົກສູງປະສິດທິພາບການຄຸ້ມຄອງລັດ- ຄຸ້ມຄອງສັງຄົມດ້ວຍກົດໝາຍ; ທິດທາງ ແລະ ໜ້າທີ່ຈຸດສຸມໃນການສືບຕໍ່ຈັດຕັ້ງປະຕິບັດມະຕິ X ຂອງພັກໃນຊຸມປິຕໍ່ໜ້າ; ບາງໜ້າທີ່ຕົ້ນຕໍທີ່ຕ້ອງສຸມສ່ການຊີ້ນຳ-ນຳພາແຕ່ນີ້ເຖິງກອງປະຊຸມສູນກາງ ຄັ້ງທີ 7 ສະໄໝທີ X; ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝທີ X. ໃນນີ້, ໄດ້ກຳນົດຈຸດສຸມກວມເອົາບັນດາທຸກຂົງເຂດວຽກງານ ເຊັ່ນ: ຂົງເຂດພັກ-ພະນັກງານ, ການສ້າງພັກໃຫ້ປອດໃສ-ເຂັ້ມແຂງໜັກແໜ້ນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດອຳນາດລັດ, ແນວໂຮມ-ອົງການຈັດຕັ້ງ ມະຫາຊົນ, ວຽກງານວັດທະນະທຳ-ສັງຄົມ, ຂົງເຂດເສດຖະກິດ, ວຽກງານປັບປຸງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານອື່ນໆໃຫ້ມີປະສິດທິຜົນດີກວ່າເກົ່າ.

ໂອກາດດັ່ງກ່າວ, ພົຈວ ສົມຈັນ ແກ້ວຈັນດາ ໄດ້ເນັ້ນໜັກໃຫ້ຄະນະບັນຊາແຕ່ລະຂັ້ນ ຕ້ອງກຳແໜ້ນບັນດາເນື້ອໃນມະຕິ VI ສະໄໝທີ X ຂອງພັກ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຢູ່ໃນກົມກອງໃຫ້ຖືກຕ້ອງ-ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ໄດ້ຍົກໃຫ້ເຫັນເຖິງທັດສະນະຂອງພັກໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຕ້ອງເອົາໃຈໃສຄົ້ນຄວ້າປັບປຸງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນການປົກປ້ອງລະບອບປະຊາທິປະໄຕ ປະຊາຊົນໄວ້ຢ່າງໝັ້ນຄົງ, ຍົກລະດັບຄວາມ-ຮູ້ຄວາມສາມາດ ເພື່ອຕີຖອຍບັນດາອາຊະຍາກຳ ແລະ ບັນຫາສິ່ງທ້າທາຍຕ່າງໆ, ພ້ອມທັງຈັດຕັ້ງປະຕິບັດມາດຕະການ-ບັງຄັບໃຊ້ກົດໝາຍ ເພື່ອສ້າງສະຕິເຄົາລົບກົດໝາຍຢ່າງເຂັ້ມງວດ, ຕັ້ງໜ້າແກ້ໄຂ້ປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ ແນໃສ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມຜາສຸກ-ບ້ານເມືອງມີຄວາມອຸດົມ, ຮັ່ງມີ-ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລຕາມທິດສັງຄົມນິຍົມ.