ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງບ້ານໂພນຄຳ, ບ້ານສາມັກຄີໄຊ ແລະ ບ້ານຫາດເດື່ອ ເປັນບ້ານປ້ອງກັນຄວາມສະຫງົບດີ ໃນວັນທີ23 ສິງຫາ 2018, ເປັນປະທານ ໂດຍ ພັທ ສິນນະຄອນ ແສງສັກດາ ຫົວໜ້າກອງບັນຊາການ ປກສ ເມືອງ, ເຂົ້າຮ່ວມໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ຄຳສະເຫວີຍ ພົມມະຈັນ ເຈົ້າເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງແກ້ວອຸດົມ, ມີຄະນະຫ້ອງສຳມະໂນຄົວ-ກໍ່ສ້າງຮາກຖານ ປກສ ແຂວງ, ມີເລຂາພັກບ້ານ, ນາຍບ້ານ 3 ບ້ານ, ແຂກຮັບ ເຊີນພ້ອມດ້ວຍປະຊາຊົນ 3 ບ້ານ ເຂົ້າຮ່ວມ.

ທ່ານ ທອງຄູນ ພົມມະວົງ ນາຍບ້ານໆຫາດເດື່ອ ຕາງໜ້າ 3 ບ້ານ ຂຶ້ນຜ່ານບົດສະຫຼຸບການເປີດຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງທິດທາງແຜນການໃນຕໍ່ໜ້າຂອງທັງ 3 ບ້ານ ວ່າ: ທັງ 3 ບ້ານປະກອບມີ 373 ຄອບຄົວ, 24 ໜ່ວຍສາມັກຄີ, ມີພົນລະເມືອງທັງໝົດ 2.208 ຄົນ ຍິງ 1.085 ຄົນ, ຂຶ້ນທະບຽນສໍາມະໂນຄົວແລ້ວ 1.793 ຄົນ ຍິງ 899 ຄົນ ແລະ ຍັງບໍ່ຂຶ້ນສໍາມະໂນຄົວ 416 ຄົນ ຍິງ 186 ຄົນ, ປະຊາຊົນສ່ວນຫຼາຍແມ່ນມີມູນເຊື້ອດຸໝັ່ນຂະຫຍັັນພຽນໃນການຜະລິດກະສິກໍາປູກຝັງ-ລ້ຽງສັດ ແລະ ອາຊີບຄ້າຂາຍຈຳນວນໜຶ່ງ; ໃນປີຜ່ານມາ, ຄະນະພັກ, ອຳນາດການປົກຄອງບ້ານແຕ່ລະບ້ານ ໄດ້ຊີ້ນຳ-ນຳພາ, ລົງໃກ້ຊິດຕິດແທດກັບປະຊາຊົນແຕ່ລະຄອບຄົວໂດຍ ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານທີ່ສຳຄັນຕ່າງໆມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເປັນ ແຕ່ລະໄລຍະ ຈຶ່ງເຮັດໃຫ້ປະຊາຊົນຢູ່ພາຍໃນ 3 ບ້ານມີຄວາມຮັບຮູ້, ມີຄວາມເຂົ້າໃຈຢ່າງຈະແຈ້ງ ພ້ອມທັງຕື່ນຕົວເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆຢ່າງເປັນເຈົ້າການ, ກໍາລັງ ປກຊ-ປກສ ທັງ 3 ບ້ານ ໄດ້ເອົາໃຈໃສ່ປ້ອງກັນເວນຍາມວັນສໍາຄັນຂອງພັກ-ຊາດ ແລະ ວັນບຸນປະເພນີທີ່ສຳຄັນຕ່າງໆ ເຫັນວ່າມີຄວາມສະຫງົບດີ. ຜ່ານການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຄວາມສະຫງົບດີ ໃນໄລຍະຜ່ານມາ, ສາມາດຕີລາຄາ 5 ມາດຖານຂອງຄອບຄົວທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີ ພາຍໃນ 3 ບ້ານ ສັງລວມໄດ້ຄື: ປະເພດຄອບຄົວ 85% ມີ 366 ຄອບຄົວ, ປະເພດຄອບຄົວ 84% ລົງມາມີ 7 ຄອບຄົວ ແລະ ຕີລາຄາປະເມີນຜົນ 6 ມາດຖານຂອງບ້ານປ້ອງກັນຄວາມສະຫງົບດີ ສັງລວມແລ້ວ ແຕ່ລະບ້ານສາມາດປະເມີນໄດ້ຄື: ບ້ານໂພນຄໍາ ສາມາດຕີລາຄາປະເມີນຜົນໄດ້ 89,59%, ບ້ານສາມັກຄີໄຊ ສາມາດຕີລາຄາປະເມີນຜົນໄດ້ 88,39%, ບ້ານຫາດເດື່ອ ສາມາດຕີລາຄາປະເມີນ ຜົນໄດ້ 89,61%.

ດັ່ງນັ້ນ, ທ່ານເຈົ້າແຂວງໆວຽງຈັນ ຈຶ່ງຮັບຮອງເອົາ 3 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ ຂອງເມືອງແກ້ວອຸດົມ ແລະ ທ່ານ ເຈົ້າເມືອງໆແກ້ວອຸດົມ ຕົກລົງມອບໃບຢັ້ງຢືນໃຫ້ຄອບຄົວທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີ ຈຳນວນ 366 ຄອບຄົວ ມອບໃບຢັ້ງຢືນໃຫ້ຄອບຄົວປ້ອງກັນຄວາມສະຫງົບດີ ໂດຍທ່ານ ຄຳສະເຫວີຍ ພົມມະຈັນ ແລະ ມອບໃບຢັ້ງຢືນໃຫ້ບ້ານປ້ອງກັນຄວາມສະຫງົບດີ ໂດຍ ພັອ ປອ ທອງເຄນ ບຸນໝັ້ນ ພ້ອມທັງຂຶ້ນເປີດແຜ່ນປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການຢັ້ງຢືນໃຫ້ 3 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ.