ພັທ ກໍລະກັນ ບຸດໂທ ຮັກສາການຫົວໜ້າຄ້າຍຄຸມຂັງ-ດັດສ້າງນາໄຊ ແຂວງສາລະວັນ ໃຫ້ສໍາພາດໃນວັນທີ 23 ສິງຫາ 2018 ວ່າ: 6 ເດືອນຕົ້ນປີນີ້ຄະນະພັກ-ຄະນະບັນຊາຄ້າຍຄຸມຂັງ-ດັດສ້າງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານນັກຮົບເປັນ ປົກກະຕິ ແລະ ຍົກສູງສະຕິ, ຮັບປະກັນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງມີປະສິດທິຜົນ ແລະ ຖືກຕ້ອງ-ເປັນທໍາໃຫ້ກັບທຸກຝ່າຍ ໂດຍຕັ້ງໜ້າສຶກສາອົບຮົມຜູ້ຖືກຫາ ແລະ ນັກໂທດ ເພື່ອໃຫ້ເຂົາເຈົ້າຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນເອງໃນໄລຍະຜ່ານມາ ໃຫ້ກາຍເປັນພົນລະເມືອງດີຂອງປະເທດຊາດ.

ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ຄ້າຍຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ເຮັດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ຫ້າວຫັນປະຕິບັດວຽກງານວິຊາສະເພາະມີຜົນສໍາເລັດ ເປັນຕົ້ນໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ຜູ້ຖືກຫາ ແລະ ນັກໂທດ ໂດຍໄດ້ກໍານົດເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຂໍ້ຕົກລົງ 3 ທາດແທ້ 7 ມູນເຊື້ອຂອງກໍາລັງ ປກສ ແລະ ເອກະສານທີ່ສໍາຄັນອື່ນໆນໍາມາຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ-ນັກຮົບ, ຜູ້ຖືກຫາ-ນັກໂທດ ໃຫ້ຄິດດີ, ທໍາດີ, ປະຕິບັດດີມີຄວາມຫ້າວຫັນ ແລະ ມຸ່ງໝັ້ນປະກອບສ່ວນເຫື່ອແຮງເຂົ້າໃນການຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີລະບຽບວິໄນ, ມີແນວຄິດການກະທໍາຈາກອັນເກົ່າໄປຊູ່ອັນໃໝ່ທີ່ກ້າວໜ້າ; ມີສະຕິສູງໃນການປະຕິບັດໂມງເວລາການ, ການປະຈໍາການ, ການປ້ອງກັນເວນຍາມຄ້າຍ ແລະ ການເຄື່ອນໄຫວວຽກງານອື່ນໆ ກໍດໍາເນີນໄປຢ່າງແຂງແຮງ, ພ້ອມທັງ ໄດ້ໃຫ້ຜູ້ຖືກຫາ-ນັກໂທດໄດ້ມີການອອກກໍາລັງກາຍ ດ້ວຍການຫຼິ້ນກິລາກະຕໍ້ຫວາຍ, ບານສົ່ງ, ການຈັດຕັ້ງປະຕິບັດກິດຈະກໍາຈັກສານ, ເຮັດຂັນ-ເຮັດແອບການເຮັດວຽກງານເຟີນີເຈີ ແລະອື່ນໆ ເພື່ອຂະຫຍາຍເປັນສິນຄ້າຂະໜາດນ້ອຍ ແລະ ມີການຈັດສົ່ງໃຫ້ລະຫວ່າງບ້ານຕໍ່ບ້ານ, ເມືອງ, ແຂວງ ແລະ ຈັດສົ່ງໃຫ້ບັນດາແຂວງໃກ້ຄຽງ ທັງເປັນການສ້າງວິຊາຊີບໃຫ້ເຂົາເຈົ້ານໍາໄປພັດທະນາຕົນເອງ, ຄອບຄົວ ພາຍຫຼັງທີ່ພົ້ນໂທດອອກໄປໃຫ້ມີວຽກເຮັດງານທໍາ ແລະ ມີການດໍາລົງຊີວິດທີ່ປອດໃສ,ການເຄື່ອນໄຫວວຽກງານອື່ນໆໃຫ້ຢູ່ພາຍໃຕ້ລະບຽບ ແລະ ກົດໝາຍຂອງບ້ານເມືອງ.

ໃນໄລຍະ 6 ເດືອນຜ່ານມາ, ຄ້າຍຄຸມຂັງ-ດັດສ້າງນາໄຊສາມາດຂຽນ ແລະ ແຕ່ງເອກະສານ ໄດ້ 213 ຊຸດ, ສ່ອງແສງລາຍງານ ແລະ ອອກໃບຢ້ຽມຢາມໃຫ້ຍາດພີ່ນ້ອງຜູ້ຖືກຫາ ແລະ ນັກໂທດໄດ້ 274 ຄັ້ງ, ສຶກສາອົບຮົມຜູ້ກະທໍາຜິດລະບຽບຄ້າຍຄຸມຂັງ, ປ້ອງກັນເວນຍາມຄ້າຍ 178 ຄັ້ງ ມີ 1.345 ແຮງງານ, ກວດກາຫ້ອງຂັງ, ສ້ອມແປງ, ການອ້ອມກໍາແພງຕ່າງໆໄດ້ 66 ຄັ້ງ 318 ແຮງງານ.

ສໍາລັບທິດທາງແຜນການໃນ 6 ເດືອນຕໍ່ໜ້າ, ຄະນະຄ້າຍຄຸມຂັງ-ດັດສ້າງນາໄຊ ຈະສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງທົ່ວເຖິງ ເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີສະຕິຕໍ່ການຈັດຕັ້ງ, ເອົາໃຈໃສ່ປັບປຸງໂຄງຮ່າງການຈັດຕັ້ງຂັ້ນພະແນກ, ໜ່ວຍງານເຫຼົ່າຮົບວິຊາສະເພາະ, ມີແບບແຜນ ວິທີເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ, ມອບໝາຍວຽກງານໃຫ້ບຸກຄົນຮັບຜິດຊອບ, ມີການຕໍານິກໍ່ສ້າງ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມທັງປະຕິບັດຕາມ 4 ຄາດໝາຍ 4 ບຸກທະລຸ ແລະ 13 ວຽກຍຸດທະ ສາດທີ່ກະຊວງ ປກສ ວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອເປັນການນໍາພາວຽກງານພາຍໃນຄ້າຍຂອງຕົນໃຫ້ມີຜົນສໍາເລັດ.