ໜ້າຫຼັກ Tags ເມືອງຄຳ

Tag: ເມືອງຄຳ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອປະຊາຊົນບ້ານສັນແຟນ ລວມຈຳນວນເງິນຫຼາຍຮ້ອຍລ້ານກີບ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕາງໜ້າໃຫ້ພາກສ່ວນຕ່າງໆ ນຳເງິນຈຳນວນຫຼາຍຮ້ອຍລ້ານກີບມາມອບ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ທີ່ຖືກຜົນກະທົບຈາກໄຟໄໝ້ ໃນວັນທີ 7 ພຶດສະພາ 2018, ກ່າວຮັບໂດຍທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເຈົ້າແຂວງໆຊຽງຂວາງ...

ໄຟໄໝ້ເຮືອນປະຊາຊົນ ບ້ານສັນແຟນ ເສຍຫາຍ 30 ກວ່າຫຼັງ

ໃນວັນທີ 7 ພຶດສະພາ 2018, ເກີດເຫດອັກຄີໄພໄຟໄໜ້ເຮືອນປະຊາຊົນ ຢູ່ບ້ານສັນແຟນ ເມືອງຄໍາ ແຂວງຊຽງຂວາງ ຈໍານວນ 30 ກວ່າຫຼັງຄາເຮືອນ, ປັດຈຸບັນເຈົ້າໜ້າທີ່ແຕ່ລະພາກສ່ວນກໍາລັງເລັ່ງເກັບກໍາຂໍ້ມູນຄວາມເສຍຫາຍ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ. ສາເຫດຍັງຢູ່ໃນຂັ້ນຕອນຂອງການເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່. ເຈົ້າໜ້າທີ່ ປກສ ເມືອງຄໍາ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາ 17 ໂມງ ຂອງວັນທີ 7 ພຶດສະພາ...