ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕາງໜ້າໃຫ້ພາກສ່ວນຕ່າງໆ ນຳເງິນຈຳນວນຫຼາຍຮ້ອຍລ້ານກີບມາມອບ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ທີ່ຖືກຜົນກະທົບຈາກໄຟໄໝ້ ໃນວັນທີ 7 ພຶດສະພາ 2018, ກ່າວຮັບໂດຍທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍ ຄະນະໃນວັນທີ 19 ພຶດສະພາ ຜ່ານມານີ້.

ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ: ການອຸປະຖຳຊ່ວຍເຫຼືອປະຊາຊົນບ້ານສັນແຟນຄັ້ງນີ້ ແມ່ນເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໄຟໄໝ້ໃຫ້ມີສະຖານທີ່ຢູ່ອາໄສໃຫ້ໝັ້ນຄົງ ແລະ ມີການຜະລິດທີ່ດີ ເພື່ອເປັນການແກ້ໄຂຄວາມທຸກຍາກຂອງເຂົາເຈົ້າໃຫ້ມີຊີວິດດີຂຶ້ນກວ່າເກົ່າ; ເຊິ່ງພາກສ່ວນຕ່າງໆ ທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ປະກອບມີ: ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດຜູ້ດຽວ ມອບເງິນ 200.000.000 ກີບ, ທະນາຄານ ST 100.000.000 ກີບ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ 50.000.000 ກີບ.

ໃນວັນດຽວກັນ, ຍັງມີລັດວິສາຫະກິດລາວໂທລະຄົມ (ສູນກາງ ແລະ ແຂວງ) ມອບເຄື່ອງນຸ່ງຫົ່ມ ພ້ອມເງິນລວມມູນຄ່າ 29.456.050 ກີບ, ທະນາຄານອິນດູຈີນ 5.200.000 ກີບ, ຄັງເງິນແຫ່ງຊາດ 1.050.000 ກີບ, ການບິນລາວ 6.080.000 ກີບ, ຄົນຮັກ 2 ລໍ້ ຮ່ວມກັບທີມງານກັອບ ມອບໄມ້ແປຮູບ 6,2 ແມັດກ້ອນ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງ ພ້ອມໝູ່ຄູ່ທີມງານດັ່ງກ່າວຝາກມາຊ່ວຍເຫຼືອ 700.000 ກີບ ແລະ ເຂົ້າສານ 500 ກິໂລກຼາມ ຈາກທີມງານ UFO ຊ່ວຍເຫຼືອຜູ້ທຸກຍາກ ລວມມູນຄ່າ 3.800.000 ກີບ, ລວມມູນຄ່າຂອງການຊ່ວຍເຫຼືອໃນຄັ້ງນີ້ ທັງໝົດ 396.286.050 ກີບ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກໆພາກສ່ວນທີ່ໃຫ້ການປະກອບສ່ວນຊ່ວຍເຫຼືອປະຊາຊົນຢູ່ບ້ານສັນແຟນ, ເຊິ່ງບັນດາເງິນ ແລະ ອຸປະກອນການຊ່ວຍເຫຼືອທຸກຢ່າງແມ່ນຈະນຳໄປມອບໃຫ້ເຖິງມືປະຊາຊົນບ້ານສັນແຟນ ທີ່ໄດ້ຮັບຜົນເສຍຫາຍຈາກໄຟໄໝ້ ເພື່ອພັດທະນາບ້ານດັ່ງກ່າວໃຫ້ກັບມາເປັນປົກກະຕິຮັບປະກັນໃຫ້ການແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ.