ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ມອບລົດຈັກຈຳນວນ 1 ຄັນ ຄືນ ໃຫ້ເຈົ້າຂອງເດີມ ໃນວັນທີ 16 ພຶດສະພາ ຜ່ານມາ, ມອບໂດຍ ພັທ ບຸນມາກ ສູນດາໄລ ຮອງ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນ ຫຼວງວຽງຈັນ, ກ່າວຮັບໂດຍ ທ້າວ ສີນ້ອຍ ເຈົ້າຂອງລົດ.
ພັທ ບຸນມາກ ສູນດາໄລ ໃຫ້ຮູ້ວ່າ: ໃນທ້າຍເດືອນທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ປະຈຳປ້ອມດົງໂດກ ໄດ້ກວດພົບເຫັນລົດຈັກຍີ່ຫ້ໍຮອນດ້າເວັບ 100 ສີ ຟ້າ-ດຳ ບໍ່ຕິດປ້າຍທະບຽນ ຂັບຂີ່ມາແຕ່ ທາງດົງໂດກ; ພໍມາຮອດປ້ອມສີ່ແຍກໄຟອຳນາດ, ເຈົ້າໜ້າທີ່ໄດ້ເອີ້ນກວດກາເອກະສານລົດຄັນດັ່ງກ່າວ ແຕ່ຜູ້ ຂັບຂີ່ບໍ່ຈອດ, ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມໄປຈົນຮອດຄິວລົດສາຍໃຕ້, ຜູ້ຂັບຂີ່ລົດຈັກເວັບ 100 ໄດ້ຈອດ ລົດປະໄວ້ ແລ້ວຍ່າງເຂົ້າໄປໃນຄິວລົດ ແລະ ບໍ່ອອກມາເລີຍ; ເຈົ້າໜ້າທີ່ຈຶ່ງນຳເອົາລົດຄັນດັ່ງກ່າວໄປມອບໃຫ້ຫ້ອງ ການພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ເພື່ອກວດກາ. ຜ່ານການກວດກາຢ່າງລະອຽດ, ຈຶ່ງຮູ້ ວ່າລົດຄັນດັ່ງກ່າວແມ່ນລົດຈັກເວັບ 100 ສີຟ້າ-ດຳ ໝາຍເລກທະບຽນ 3406 ອອກ ຊື່ ທ້າວ ສີນ້ອຍ; ຈາກນັ້ນ, ເຈົ້າໜ້າທີ່ໄດ້ຕິດຕໍ່ຫາເຈົ້າຂອງ ໃຫ້ມາຮັບເອົາລົດຂອງຕົນຄືນ; ເຊິ່ງທ້າວ ສີນ້ອຍ ເຈົ້າຂອງລົດຄັນດັ່ງກ່າວເວົ້າວ່າ: ລົດຂອງຕົນຖືກຄົນຮ້າຍລັກໄປ ໃນວັນທີ 22 ເມສາ 2018 ທີ່ວັດສີເມືອງ, ຈຶ່ງໄດ້ເຂົ້າແຈ້ງເສຍຕໍ່ເຈົ້າໜ້າທີ່ ເພື່ອ ເປັນຫຼັກຖານ.