ໂດຍຕອບສະໜອງຕາມຄຳເຊີນຂອງ ພົທ ບຸຍວັນນາມ ຮອງລັດຖະມົນຕີກະຊວງຕຳຫຼວດ ສສ ຫວຽດນາມ ໃນອາທິດຜ່ານມາ, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງທີ IX ທີ່ນະຄອນກຸຍເຍິນ ແຂວງບິ່ງດິ້ງ ສສ ຫວຽດນາມ.

ກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງນີ້ ເປັນປະທານຮ່ວມໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ແລະ ພົທ ບຸຍວັນນາມ ຮອງລັດຖະມົນຕີກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ, ມີຫົວໜ້າ-ຮອງກົມໃຫຍ່ສັນຕິບານ, ຫົວໜ້າກົມ-ຮອງກົມວິຊາສະເພາະ ອ້ອມຂ້າງກົມໃຫຍ່ສັນຕິບານ ແລະ ຫົວໜ້າ-ຮອງກອງບັນຊາການ ປກສ ແຂວງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມເຂົ້າຮ່ວມ ເພື່ອສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາຜົນໄດ້ຮັບ ແລະ ຖອດຖອນບົດຮຽນຮ່ວມກັນໃນໄລຍະ 1 ປີຜ່ານມາ.

ໃນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ມີຄວາມເພິ່ງພໍໃຈຕໍ່ຜົນສຳເລັດຫຼາຍດ້ານ ແລະ ໄຊຊະນະອັນຍິ່ງໃຫຍ່ແຫ່ງການຮ່ວມມືຂອງກຳລັງຕຳຫຼວດ ລາວ-ຫວຽດນາມ ທີ່ຍາດໄດ້ໃນຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນຮັບປະກັນໄດ້ຄວາມສະຫງົບທາງດ້ານການເມືອງຂອງສອງປະເທດຢ່າງໜັກແໜ້ນ, ບໍລິເວນຊາຍແດນໄດ້ກາຍເປັນແດນແຫ່ງມິດຕະພາບ, ມີຄວາມປອດໄພ ແລະ ຮ່ວມມືກັນໃນການພັດທະນາຢ່າງແທ້ຈິງ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໝັ້ນຄົງຍືນຍົງຊົ່ວກາລະນານ. ພ້ອມກັນນັ້ນ, ກໍໄດ້ປຶກສາຫາລື, ກຳນົດທິດທາງແຜນການຮ່ວມມືວຽກງານປ້ອງກັນຄວາມສະຫງົບໃນປີຕໍ່ໜ້າ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ສອງຝ່າຍໃຫ້ຄວາມສົນໃຈ ໂດຍໄດ້ມີການເຊັນບົດບັນທຶກຊ່ວຍຈໍາ ເພື່ອນຳເອົາທິດທາງທີ່ໄດ້ກຳນົດໄວ້ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ຝ່າຍລາວລົງນາມໂດຍ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ພົຕ ຫງວຽນ ຈິ ແທ໋ງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ.

ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້, ພົຕ ກົງທອງ ພົງວິຈິດ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພົອ ສຈ ປອ ເຈິ່ນດ້າຍກວາງ ກຳມະການກົມການເມືອງສຸນກາງພັກຄອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ພົທ ໂຕເລີມ ກຳມະການກົມການເມືອງສຸນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດ ສສ ຫວຽດນາມ; ໂອກາດທີ່ໃຫ້ການຕ້ອນຮັບໃນຄັ້ງນີ້ ທັງສອງທ່ານໄດ້ຕີລາຄາສູງຕໍ່ການຮ່ວມມືຂອງທັງສອງກະຊວງ ອັນໄດ້ປະກອບສ່ວນປົກປັກຮັກສາ ແລະ ພັດທະນາຢູ່ແຕ່ລະປະເທດກ້າວໜ້າຢ່າງບໍ່ຢຸດຢັ້ງ, ພ້ອມທັງເນັ້ນໃຫ້ທັງສອງກະຊວງ ກໍຄືສອງກຳລັງຕຳຫຼວດ ລາວ-ຫວຽດນາມ ຕ້ອງໄດ້ເພີ່ມທະວີການຮ່ວມມືເຊື່ອມຊຶມກຳແໜ້ນ ຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສະຫງົບທີ່ສອງພັກ-ລັດຖະບານໄດ້ຊີ້ນຳ ເພື່ອຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ເສີມຂະຫຍາຍມູນເຊື້ອຂອງການຮ່ວມມືໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າເກົ່າ, ເປັນເຈົ້າການ ແລະ ມີມາດຕະການເດັດຂາດ ເພື່ອຕອບຕ້ານຄືນກົນອຸບາຍແຜນການຂອງພວກຄົນບໍ່ດີທີ່ຫວັງທຳລາຍມ້າງເພຄວາມສະຫງົບປອດໄພຢູ່ແຕ່ລະປະເທດໃຫ້ປະລາໄຊ.

ໂອກາດນີ້, ພົຕ ກົງທອງ ພົງວິຈິດ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳຂັ້ນສູງພັກ-ລັດຫວຽດນາມ ພ້ອມທັງຈະນຳຄຳຊີ້ນຳຂອງທ່ານ ແລະ ເນື້ອໃນຈິດໃຈຂອງກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຄັ້ງທີ IX ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງແທ້ຈິງ ເພື່ອຮັບປະກັນຄວາມສະຫງົບປອດໄພທາງດ້ານການເມືອງຢູ່ແຕ່ລະປະເທດໃຫ້ໜັກແໜ້ນຕໍ່ໄປ ແລະ ເປັນການປະກອບສ່ວນເພີ່ມພູນຄູນສ້າງໃຫ້ຄວາມສາມັກຄີພິເສດ ລາວ-ຫວຽດນາມ ແລະ ການຮ່ວມມືຂອງສອງຕຳຫຼວດ ລາວ-ຫວຽດນາມ ໝັ້ນຄົງທະນົງແກ່ນຕະຫຼອດໄປ.