ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດ ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ ເພື່ອເຮັດໃຫ້ສະກັດກັ້ນບັນຫາດັ່ງກ່າວ ບໍ່ໃຫ້ເກີດຂຶ້ນ; ເຊິ່ງກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕົ້ນເດືອນພຶດສະພາທີ່ຜ່ານມາ, ໂດຍການເຂົ້າຮ່ວມເປັນປະ ທານຂອງ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ, ມີຄະນະຫ້ອງຕຳຫຼວດ, ຄະນະ ພະແນກຕຳຫຼວດຈະລາຈອນ ແລະ ພະແນກ ຍທຂ ແຂວງ ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ, ທັງສອງພະແນກໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ-ແລກປ່ຽນບົດຮຽນເຊິ່ງກັນແລະ ກັນ; ພ້ອມທັງໄດ້ຍົກເອົາບາງບັນຫາທີ່ເຫັນວ່າຍັງເປັນດ້ານອ່ອນ ແລະ ຈະໄດ້ພ້ອມກັນປັບປຸງ-ແກ້ໄຂໃຫ້ຮີບດ່ວນ ໂດຍສະເພາະແມ່ນການຜະລິດປ້າຍລົດ, ປ້າຍຂ້າມ, ປ້າຍງາມ, ປ້າຍເປົາ, ປ້າຍລຽງແມ່ນຍັງບໍ່ເອກະພາບກັນ, ການແບ່ງປ້າຍລົດຈັກໃຫ້ເມືອງ 3 ສ້າງ ຍັງບໍ່ທັນເອກະພາບກັນ, ການຕິດປ້າຍແຈ້ງເຕືອນຕ່າງໆ ບາງຈຸດກໍສ້າງ ຄວາມສັບສົນຕໍ່ຜູ້ຂັບຂີ່. ເພື່ອຮັບປະກັນໃຫ້ແກ່ວຽກງານດັ່ງກ່າວມີຄວາມເປັນເອກະພາບແກ່ສອງຝ່າຍ, ຮັບປະ ກັນໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດຕາມທ້ອງຖະໜົນໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍການສັນຈອນນັ້ນ, ທັງສອງຝ່າຍ ຈະພ້ອມກັນສືບຕໍ່ກວດກາປ້າຍສັນຍານຕ່າງໆ ແລະ ເສັ້ນທາງຈະລາຈອນໃຫ້ມີຄວາມສະດວກຂຶ້ນ; ເປັນຕົ້ນປ້າຍ ບອກສິດ, ປ້າຍທາງນ້ອຍຄົບທາງໃຫຍ່ ເພື່ອເຮັດໃຫ້ອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງ ແລະ ສະດວກໃນການ ແກ້ໄຂຄະດີອຸບັດຕິເຫດ.

ນອກນັ້ນ, ພັທ ຊຽງປານ ເພັດສີພັນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ຍັງໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ, ພະ ແນກຕໍາຫຼວດຈະລາຈອນ ແລະ ພະແນກ ຍທຂ ແຂວງ ໄດ້ຮ່ວມກັນສຸມໃສ່ວຽກງານຂຶ້ນທະບຽນລົດ, ຄຸ້ມຄອງພາ ຫະນະ ແລະ ການຕິດປ້າຍລົດຂອງພະແນກຈະລາຈອນ ແຂວງ; ທຸກໆເດືອນ, ແມ່ນສະຫຼຸບສົມທຽບລະອຽດຈະແຈ້ງ, ການແຈ້ງເອກະສານເສຍຫາຍ ເປັນຕົ້ນແມ່ນໃບທະບຽນລົດ, ໃບຂັບຂີ່, ປຶ້ມເຫຼືອງ ຫຼື ເອກະສານອື່ນໆ ໄດ້ປະຕິບັດ ຕາມ ບົດບັນທຶກຢ່າງເຂັ້ມງວດ. ພ້ອມນັ້ນ, ກໍໄດ້ອອກແຈ້ງການໃຫ້ ຜູ້ທີ່ຊື້ລົດອອກຈາກຮ້ານລົດຈັກ ຫຼື ລົດໃຫຍ່ ແມ່ນກຳນົດ 15 ມື້ ໃຫ້ໄປຂຶ້ນທະບຽນ ແລະ ຕິດປ້າຍລົດ, ໄດ້ປະຕິບັດ ຕາມແຈ້ງການສະບັບເລກທີ 188/ນຍ ຢ່າງເຂັ້ມງວດ, ຖືກ ຕ້ອງຕາມລະບຽບຫຼັກການທຸກຢ່າງ, ບໍ່ຕິດປ້າຍຊະຊາຍ, ທຸກໆຄັ້ງກ່ອນຈະຕິດປ້າຍ ກໍໄດ້ກວດ ກາເລກຈັກ, ເລກຖັງ, ສີ, ຍີ່ ຫໍ້ຖືກກັບໃບສີບົວ-ປຶ້ມເຫຼືອງແລ້ວຈຶ່ງຕິດໃຫ້ ເພື່ອຮັບປະກັນປະສິດທິພາບ ບໍ່ໃຫ້ມີ ການປອມແປງເອກະສານໃດໆເກີດ ຂຶ້ນ.