ຫ້ອງ​ວ່າການ​ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ​ໄດ້​ຈັດ​ພິທີເຜີຍ​ແຜ່​ເຊື່ອມ​ຊຶມນິຕິ​ກຳກ່ຽວ​ກັບ​ວຽກ​ງານການ​ກໍ່ສ້າງ​ພັກ-ພະນັກງານໃນວັນ​ທີ 21 ພຶດສະພາ 2018, ໂດຍການເຜີຍແຜ່ຂອງ ທ່ານ ​ເພັດ ພົມ​ພິພັກ ຫົວໜ້າ​ຫ້ອງ​ ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ມີ​ບັນດາ​ລັດຖະມົນຕີປະຈຳສຳນັກງານ​ນາ​ຍົກ​ລັດຖະມົນຕີ, ​ຄະນະ​ພັກ​ ຫສນຍ ພ້ອມ​ດ້ວຍຄະນະ​ພັກຮາກ​ຖານ, ຄະນະໜ່ວຍ​ພັກ ​ແລະ ສະມາຊິກ​ພັກ-ພະນັກງານທົ່ວ​ ຫສນຍ ​ເຂົ້າ​ຮ່ວມ.
ບັນດາ​ນິຕິ​ກຳທີ່​ນຳ​ມາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້ ປະກອບ​ມີ: ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກສະບັບເລກທີ 01/ກມສພ, ລົງ​ວັນ​ທີ 3 ມັງ​ກອນ 2018 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ ແລະ ໜັກ​ ແໜ້ນ; ມະຕິ​ຂອງ​ກົມ​ການ​ເມືອງ​ ສູນ​ກາງ​ພັກສະບັບ​ເລກທີ 030/ ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ມາດຖານຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ; ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກສະບັບ​ເລກທີ 031/ກມສພ,​ລົງ​ວັນ​ທີ 3 ມັງ​ກອນ 2018 ວ່າ​ດ້ວຍ​ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ; ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງພັກສະບັບ​ເລກທີ 032/ກມສພ,​ ລົງ​ວັນ​ທີ 3 ມັງ​ກອນ 2018 ວ່າ​ດ້ວຍວຽກ​ງານ​ສ້າງ​ແຜນ​ກຳນົດພະນັກງານ​ນຳພາ-ຄຸ້ມ​ຄອງ; ຄຳສັ່ງ​ ຂອງ​ຄະນະ​ເລຂາທິການສູນກາງ​ພັກ ສະບັບ​ເລກທີ 04/ຄລສພ, ລົງ​ວັນ​ທີ 7 ພຶດສະພາ 2018 ວ່າ​ດ້ວຍ​ການ​ກະກຽມ​ດຳ​ເນີນກອງປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ກະຊວງ-ອົງການ, ​ແຂ​ວງ, ນະຄອນຫຼວງ​ວຽງ​ຈັນ ​ແລະ ຮາກຖານພັກໃນ​ຂອບ​ເຂດ​ທົ່ວ​ປະ​ເທດ; ຄຳ​ແນະນຳຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກສະບັບ​ເລກທີ 291/ຄຈສພ, ລົງ​ວັນ​ທີ 26 ​ເມສາ 2018 ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດຄຳ​ສັ່ງ​ຂອງກົມການ​ເມືອງ​ສູນ​ກາງ​ພັກ ວ່າດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃ​ສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ; ຄຳ​ແນະນຳຂອງ​ຄະນະຈັດຕັ້ງ​ສູນ​ກາງ​ພັກ ສະບັບ​ເລກທີ 292 /ຄຈສພ, ລົງ​ວັນ​ທີ 26 ​ເມສາ 2018 ວ່າ​ດ້ວຍການຈັດຕັ້ງ​ປະຕິບັດຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ສູນກາງ​ພັກວ່າ​ດ້ວຍມາດຖານຂອງພະ ນັກງານ​ນຳພາ-ຄຸ້ມ​ຄອງ,​ ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ ​ແລະ ວຽກ​ງານ​ກໍ່ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄ​ອງ; ຄຳ​ແນະນຳຂອງຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະບັບ​ເລກທີ 100/ຄຈສພ, ລົງ​ວັນທີ 19 ກຸມພາ 2018 ວ່າ​ດ້ວຍການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ກອງ​ປະຊຸມວຽກ​ງານ​ຈັດ​ຕັ້ງ ແລະ ການ​ກໍ່ສ້າງ​ພັກ-ພະນັກງານປະຈຳ​ປີ ​2017. 
ຈຸດປະສົງ​ຂອງ​ການ​ເຜີຍ​​ແຜ່​ນິຕິ​ກຳ​ດັ່ງກ່າວ, ​ແມ່ນ​ເພື່ອ​ເຮັດໃຫ້​ສະມາຊິກ​ພັກ, ພະນັກງານທົ່ວ​ ຫສນຍ ​ໄດ້​ຮັບ​ຮູ້, ​ເຊື່ອມ​ຊຶມ ​ແລະ ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ, ​ເລິກເຊິ່ງ, ມີ​ຄວາມ​ເປັນ​ເອກະ​ພາບ ​ແລະ ມີ​ປະສິດທິ​ຜົນໃນການຜັນຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດບັນດາ​ນິຕິກຳທີ່​ນຳ​ມາ​ເຜີຍ​ແຜ່​ໃນຄັ້ງນີ້ ກໍ​ຄືນິຕິ​ກຳກ່ຽວ​ກັບ​ການ​ກໍ່ສ້າງພັກ-ພະນັກງານເວົ້າລວມ, ​ເວົ້າ​ສະເພາະ​ແມ່ນ​ເພື່ອ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ຜົນງານ​ທີ່​ໂດດ​ເດັ່ນ ​ແລະ ດ້ານ​ດີ, ​ເດັດດ່ຽວປັບ ປຸງ, ​ແກ້​ໄຂຈຸດ​ອ່ອນ-​ຂໍ້ຄົງຄ້າງ ​ແລະ ສິ່ງ​ທ້າ​ທາຍ​ທົດ​ສອບທີ່​ເປັນ​ອັນຕະລາຍ​ຕໍ່​ພັກ​ເຮົາ, ເຊີດ​ຊູ​ບົດບາດການ​ນຳພາ​ຂອງ​ພັກ ​ແລະ ຍົກ​ສູງແບບຢ່າງ​ນຳ​ໜ້າຂອງ​ຖັນແຖວສະມາ​ຊິກ​ພັກ, ຮັບປະກັນ​ໃຫ້​ພັກ​ເຮົາມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ​ເປັນ​ກ້າວໆ; ທັງ​ເປັນ​ບ່ອນ​ອີງ​ພື້ນຖານ​ໃນ​ການເລືອກ​ເຟັ້ນ, ການສ້າງ​ແຜນ​ກຳນົດ, ກໍ່ສ້າງ, ບຳ ລຸງ, ຕີ​ລາຄາ, ສັບ​ຊ້ອນ, ຈັດ​ວາງ, ​ແຕ່ງ​ຕັ້ງ​ພະນັກງານ​ເຂົ້າ​ໃນ​ຕຳ​ແໜ່​ງນຳພາ-ຄຸ້ມ​ຄອງ​ແຕ່ລະ​ຂັ້ນສາມາດຕອບ​ສະໜອງ​​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຕົວ​ຈິງ​ໃນ​ໂຄງ​ປະກອບ​ບຸກຄະລາ​ກອນໃຫ້​ຄົບຊຸດທາງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ, ສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ-ສະມາຊິກ​ພັກ​ໄດ້​ຝຶກ​ຝົນ​ຫຼ່ໍຫຼອມ​ຕົນ​ເອງ ​ໃຫ້​ມີ​ຄວາ​ມກ້າວໜ້າຢ່າງ​ບໍ່​ຢຸດ​ຢັ້ງ​ແນ​ໃສ່​ສ້າງ​ເງື່ອນ​ໄຂອັນ​ໜັກ​ແໜ້ນ​ໃຫ້​ການ​ກໍ່ສ້າງ​ພັກ-ພະນັກງານ​ ເພື່ອ​ປະກອບສ່ວນ​ເຂົ້າ​ໃນການ​ປົກ​ປັກ​ຮັກ ສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ໃຫ້ບັນລຸຕາມ​ຈຸດໝາຍ​ສັງຄົມ​ນິຍົມ; ເຊິ່ງການເຜີຍແຜ່ແມ່ນຈະໄດ້ດຳ​ເນີນ​​ແຕ່​ວັນ​ທີ 21-22 ພຶດສະພາ 2018 ຈິ່ງຈະສຳເລັດ.