ໃນວັນທີ 7 ພຶດສະພາ 2018, ເກີດເຫດອັກຄີໄພໄຟໄໜ້ເຮືອນປະຊາຊົນ ຢູ່ບ້ານສັນແຟນ ເມືອງຄໍາ ແຂວງຊຽງຂວາງ ຈໍານວນ 30 ກວ່າຫຼັງຄາເຮືອນ, ປັດຈຸບັນເຈົ້າໜ້າທີ່ແຕ່ລະພາກສ່ວນກໍາລັງເລັ່ງເກັບກໍາຂໍ້ມູນຄວາມເສຍຫາຍ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ. ສາເຫດຍັງຢູ່ໃນຂັ້ນຕອນຂອງການເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່.

ເຈົ້າໜ້າທີ່ ປກສ ເມືອງຄໍາ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາ 17 ໂມງ ຂອງວັນທີ 7 ພຶດສະພາ 2018 ຢູ່ບ້ານສັນແຟນ ເມືອງຄໍາ, ພາຍໃນບ້ານມີທັງໝົດ 47 ຫຼັງຄາເຮືອນ; ໃນນັ້ນ, ຖືກໄຟໄໝ້ເສຍຫາຍຈໍານວນ 32 ຫຼັງຄາເຮືອນ, ເຊິ່ງເຮືອນປະຊາຊົນພາຍໃນບ້ານເປັນເຮືອນຮ້ານມຸງດ້ວຍສັງກະສີ ແລະ ຫຍ້າອ້ອມດ້ວຍຝາກະແຕະ ແລະ ໄມ້ແປ້ນ ເຮັດໃຫ້ໄຟໄໝ້ລຸກລາມໄປຢ່າງໄວວາ.

ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານໃຫ້ຮູ້ວ່າ: ເບື້ອງຕົ້ນໄດ້ຍິນສຽງແຕກດັງຂຶ້ນຢູ່ເຮືອນຫຼັງໜຶ່ງ ເຮັດໃຫ້ເກີດມີແປວໄຟລຸກລາມຂຶ້ນຢ່າງແຮງ ແລ້ວລຸກລາມໄປໃສ່ເຮືອນອ້ອມຂ້າງແລ້ວໄໝ້ຕິດຕໍ່ກັນໄປ. ປັດຈຸບັນເຈົ້າໜ້າທີ່ກໍາເລັ່ງສືບສວນ-ສອບສວນຫາສາເຫດທີ່ແທ້ຈິງຂອງເຫດການດັ່ງກ່າວ ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າໃຫ້ການຊ່ວຍເຫຼືອປະຊາຊົນຂັ້ນເບື້ອງຕົ້ນ.