ຄະນະຜູ້ແທນຊາວໜຸ່ມໂຮ່ຈິມິນ ນະຄອນຫຼວງຮ່າໂນ້ຍ ນຳໂດຍ ທ່ານ ຫງວຽນວັນຖັງ ເລຂາທິການສູນກາງຊາວໜຸ່ມ ຄະນະພັກນະຄອນຫຼວງຮ່າໂນ້ຍ ຮ່ວມກັບຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ນວ) ນຳພາໂດຍ ທ່ານ ນາງ ສຸມາລີ ທຳມະວົງ ວ່າການເລຂາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ນວ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 7-10 ພຶດສະພາ 2018 ເພື່ອສະແດງຄວາມຂໍ່ານັບ, ເຄົາລົບຮັກ ແລະ ສັນລະເສີນຕໍ່ຄຸນງາມຄວາມດີທີ່ໄດ້ອຸທິດເຫື່ອແຮງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ແລະ ໄດ້ເສຍສະລະຊີວິດເພື່ອປະເທດຊາດ ແລະ ເພື່ອປະຊາຊົນລາວບັນດາເຜົ່າ.

ການວາງກະຕ່າດອກໄມ້ມີຂຶ້ນໃນຕອນເຊົ້າວັນທີ 8 ພຶດສະພາ 2018 ເຊິ່ງບັນດາຄະນະຊາວໜຸ່ມທັງສອງຝ່າຍ ໄດ້ວາງກະຕ່າດອກໄມ້ ແລະ ກົ້ມຫົວໄວ້ອາໄລຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ສະລະຊີວິດເຂົ້າໃນພາລະກິດປົດປ່ອຍຊາດຈົນຍາດໄດ້ໄຊຊະນະ ແລະ ສາມາດສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຫຼັງຈາກນັ້ນ, ບັນດາຄະນະ ແລະ ສະມາຊິກຊາວໜຸ່ມທັງສອງຝ່າຍໄດ້ພ້ອມກັນຍ່າງທ່ຽວຊົມຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ແລະ ຮັບຟັງມູນເຊື້ອຂອງທ່ານ ພ້ອມທັງສຶກສາເກັບກຳຂໍ້ມູນຢ່າງລະອຽດ ເພື່ອຮໍ່າຮຽນເອົາມູນເຊື້ອ ນຳໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ກໍຄືວຽກງານຊາວໜຸ່ມໃຫ້ເກີດຜົນປະໂຫຍດສູງສຸດ.