ຄະດີຮັກສາມເສົ້າ ທີ່ແຟນສາວຮ່ວມກັບແຟນເກົ່າ ຄາດຕະກຳແຟນໃໝ່ ໃນວັນທີ 9 ເມສາ 2017 ຜ່ານການ ດຳເນີນຄະດີຂັ້ນສືບສວນສອບສວນຂອງເຈົ້າໜ້າທີ່ ປກສ ເປັນເວລາປີກວ່າ ກໍໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ອົງ ການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ສັ່ງຟອ້ງສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຂຶ້ນ ໃນອາທິດທີ່ຜ່ານມາ ໂດຍຈຳເລີຍທັງສອງຊື່ ນາງ ອ້ອມໃຈ ອາຍຸ 20 ປີ, ອະດີດນັກສຶກສາຢູ່ວິທະຍາໄລແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຮ່ວມກັບແຟນເກົ່າ ຊື່ທ້າວ ພັດສາຄອນ ອາຍຸ 24 ປີ ພັກ ເຊົາຢູ່ບ້ານຊຽງດາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຜ່ານການຄົ້ນຄວ້າສຳນວນຄະດີ ແລະ ຄຳສາລະພາບຂອງຈຳເລີຍທັງສອງ ຈຶ່ງ ເຫັນຄວນຕັດອິດສະຫຼະພາບຜູ້ລະ 10 ກວ່າປີ.

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງເຫດການ ແລະ ເນື້ອໃນຂອງສຳນວນຄະດີດັ່ງນີ້ວ່າ: ຜູ້ເສຍຊີວິດ ຊື່ ທ້າວ ໃຫຍ່ ອາຍຸ 26 ປີ ພັກເຊົາຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ມາ ຄົບຫາເປັນແຟນກັບ ນາງ ອ້ອມ ໃຈ ໂດຍຮູ້ຈັກກັນຜ່ານການຕິດຕໍ່ທາງວີແຊັດໄດ້ປະມານ 3 ເດືອນ ໃນໄລຍະ ທີ່ຄົບຫາກັບ ທ້າວ ໃຫຍ່ ທັງສອງແມ່ນມັກມີປາກສຽງກັນຕະຫຼອດ ຍ້ອນ ທ້າວ ໃຫຍ່ ມີນິໄສໂມໂຫ ແລະ ມັກ ໃຊ້ຄຳເວົ້າຂົ່ມຂູ່ ຈຶ່ງເຮັດໃຫ້ນາງ ອ້ອມ ຂໍເລີກແຕ່ທ້າວ ໃຫຍ່ ບໍ່ຍອມ ພ້ອມທັງສົ່ງຂໍ້ຄວາມມາຂົ່ມຂູ່ຫຼາຍຢ່າງ, ຈົນເກີດມີເຫດຄາດຕະກຳຂຶ້ນ. ໃນວັນທີ 9 ເມສາ 2017 ເວລາປະມານ 21:00 ໂມງ ທ້າວ ໃຫຍ່ ໄດ້ແຊັດມາ ຫານາງ ອ້ອມໃຈ ວ່າ ຈະພາໄປຫຼິ້ນ ແຕ່ນາງ ອ້ອມໃຈ ບໍ່ໄປ. ຈາກນັ້ນ, ທ້າວ ໃຫຍ່ ໄດ້ຂຽນຂໍ້ຄວາມມາຂູ່ວ່າຈະ ທຳຮ້າຍຮ່າງກາຍ ດ້ວຍເຫດນີ້ ນາງ ອ້ອມໃຈ ຈຶ່ງບອກໃຫ້ ທ້າວ ພັດສາຄອນ ມາຮັບເອົາໄປຫຼິ້ນຢູ່ຫ້ອງແຖວ. ຈາກ ນັ້ນ, ທ້າວ ໃຫຍ່ ໄດ້ນຳໄປຫາຢູ່ຫ້ອງແຖວຂອງ ທ້າວ ພັດສາຄອນ ແລະ ໄດ້ມີການຕີກັນ. ຈາກນັ້ນ, ທ້າວ ໃຫຍ່ ໄດ້ເອົາມີດຍາວປະມານ 30 ຊັງຕີແມັດ ອອກມາຂົ່ມຂູ່ທັງສອງ; ໃນຂະນະທີ່ກຳລັງຜິດຖຽງກັນນັ້ນ, ທ້າວ ພັດ ສາຄອນ ໄດ້ພານາງ ອ້ອມໃຈ ແລ່ນອອກຈາກຫ້ອງໄປ. ແຕ່ທ້າວ ໃຫຍ່ ກໍໄດ້ແລ່ນນຳໄປ, ທ້າວ ພັດສາຄອນ ຈຶ່ງໄດ້ຈັບເອົາດິນບ໋ອກປູພື້ນ ແກວ່ງຖືກເອິກຂອງ ທ້າວ ໃຫຍ່ ຈົນເຮັດໃຫ້ຜູ້ກ່ຽວລົ້ມລົງ, ແລ້ວທ້າວ ພັດສາຄອນ ໄດ້ເອົາມີດທີ່ ທ້າວ ໃຫຍ່ ນຳມາແທງໃສ່ບໍລິເວນລຳຕົວ ແລະ ຄໍ. ໃນເວລານັ້ນ, ນາງ ອ້ອມໃຈ ກໍ ໄດ້ເອົາກ້ອນດິນ ບ໋ອກຕີທີ່ຫົວຕື່ມອີກ ເຮັດໃຫ້ທ້າວ ໃຫຍ່ ເສຍຊີວິດ. ຈາກນັ້ນ, ຈຳເລີຍທັງສອງໄດ້ເອົາສົບຂອງ ທ້າວ ໃຫຍ່ ໄປໃສ່ ລົດສະຕຣາເລັກສີປອນ ທະບຽນ ກລ 1133 ກໍາແພງນະຄອນ ທີ່ ທ້າວ ໃຫຍ່ ຂັບມາຂີ່ໄປຕາມເສັ້ນທາງທີ 13 ເອ ຮອດເຂດຂົວຂ້າມນໍ້າລີກ ໄດ້ລ້ຽວເຂົ້າທາງສວນຢາງພາລາ ປະມານ 20-30 ແມັດ ແລ້ວນຳສົບໄປຝັງ ເພື່ອອຳພາງ ຄະດີ ແລ້ວພາກັນຂີ່ລົດໄປຮອດກາສີ ແຕ່ນໍ້າມັນລົດໝົດ ຈຶ່ງໄດ້ຈອດລົດປະໄວ້ແຄມທາງ. ຈາກນັ້ນ, ກໍພາກັນຂີ່ລົດ ໂດຍສານໄປເມືອງພູຄູນ ເພື່ອຈະໄປຊອກກົດເງິນ ແລະ ໄດ້ເອົານໍ້າມັນກະຊວນຈູດລົດຕູ້ຄັນດັ່ງກ່າວ. ຈາກນັ້ນ, ຈຶ່ງ ພາກັນຈ້າງລົດກັບມານະຄອນຫຼວງວຽງຈັນ ແລະ ຖືກເຈົ້າໜ້າ ປກສ ກັກຕົວໄປດຳເນີນຄະດີໃນວັນທີ 28 ເມສາ 2017.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ຈຳເລີຍ ທັງ 2 ຄົນ ໄດ້ກະທຳຜິດຕໍ່ກົດໝາຍອາຍາ ທີ່ແຕະຕ້ອງຊີວິດກຽດສັກສີ ແລະ ຄວາມຍຸຕິທຳຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມກົດໝາຍອາຍາຢ່າງແທ້ຈິງ. ສະນັ້ນ, ຄະນະ ສານອາຍາ ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ເຫັນຄວນຕັດອິດສະຫຼະພາບ ທ້າວ ພັດສາ ຄອນ 12 ປີ ປັບໃໝ 4.500.000 ກີບ ແລະ ຕັດອິດສະຫຼະພາບນາງ ອ້ອມໃຈ 11 ປີ ແລະ ປັບໃໝ 3.500.000 ກີບ.

ໝາຍເຫດ: ສຳລັບສື່ມວນຊົນ ຫຼື ສຳນັກຂ່າວໃດທີ່ເອົາຂ່າວຈາກໜັງສືພິມຄວາມສະຫງົບ ໃຫ້ອ້າງແຫຼ່ງທີ່ມາລະອຽດ ດ້ວຍຄວາມຫວັງດີ.