ມື້ວານນີ້, ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ບົດແນະນຳຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0830/ກປ ລົງວັນທີ 6 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເພື່ອໃຫ້ບັນດາຄະນະກອງບັນຊາການ, ຫົວໜ້າຫ້ອງ, ກອງຮ້ອຍ, ໂຮງຮຽນ ແລະ ພະນັກງານ-ນັກຮົບທົ່ວປ້ອງກັນສູນກາງ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນເອົາເນື້ອໃນຈິດໃຈສຳຄັນຂອງເອກະສານ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ.

ພັທ ສົມໝາຍ ພົມມະຈັນ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ເຜີຍແຜ່ໃຫ້ຮູ້ວ່າ: ບົດແນະນຳສະບັບນີ້ ມີຈຸດປະສົງເພື່ອໃຫ້ບັນດາກະຊວງ-ອົງການທຽບເທົ່າຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເປັນເອກະພາບກັນກ່ຽວກັບວິທີການກຳນົດ ແລະ ການປັບປຸງຍົກລະດັບມາດຕະຖານຕົວຊີ້ບອກ ແລະ ຄາດໝາຍຕາມຄວາມຮັບຜິດຊອບຂອງກະຊວງ-ອົງການທຽບເທົ່າຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຂອງຕົນໃຫ້ສອດຄ່ອງກັບເນື້ອໃນຈິດໃຈຂອງດຳລັດ 348/ລບ ລົງວັນທີ 16 ພະຈິກ 2017 ໄດ້ກຳນົດອອກບົນພື້ນຖານຜົນຂອງການປະເມີນການຈັດຕັ້ງປະຕິບັດມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາຂອງດຳລັດ 309/ນຍ, ລົງວັນທີ 11 ພະຈິກ 2013 ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 59/ນຍ ລົງວັນທີ 5 ສິງຫາ 2015.

ສະເພາະວິທີການສ້າງຂອບມາດຕະຖານ, ຕົວຊີ້ບອກ ແລະ ອະທິບາຍເພີ່ມເຕີມບາງມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໂດຍໄດ້ລະບຸໄວ້ໃນບົດເເນະນຳສະບັບນີ້ວ່າ: ເນື້ອໃນພົ້ນທຸກ ແລະ ພັດທະນາກວມເອົາຫຼາຍດ້ານ, ທັງຕ້ອງຮັບປະກັນດ້ານປະລິມານ ແລະ ຄຸນນະພາບທີ່ຕ້ອງເປັນລະບົບຄົບຊຸດ, ເຂົ້າໃຈງ່າຍ; ດັ່ງນັ້ນ, ຈຶ່ງເລີ່ມຈາກມາດຕະຖານພົ້ນທຸກ ແລະ ພັດທະນາເພື່ອອະທິບາຍ, ແນະນຳຂອບ ແລະ ຕົວຊີ້ບອກການບັນລຸມາດຕະຖານ ປະກອບມີ 6 ກຸ່ມຕົ້ນຕໍຄື: ກຸ່ມຕົວຊີ້ບອກກ່ຽວກັບແຜນຜັງທີ່ດີ ແລະ ການຈັດຕັ້ງປະຕິບັດຕາມແຜນຜັງ, ກ່ຽວກັບໂຄງລ່າງພື້ນຖານທາງດ້ານເສດຖະກິດ-ສັງຄົມ, ກ່ຽວກັບເສດຖະກິດ ແລະ ການຈັດຕັ້ງການຜະລິດ, ກ່ຽວກັບວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມກ່ຽວກັບການຈັດຕັ້ງລະບົບການເມືອງ ແລະ ກຸ່ມຕົວຊີ້ບອກກ່ຽວກັບວຽກງານ ປກຊ-ປກສ.