ກອງບັນຊາການ ປກສ ແຂວງຊຽງຂວາງ ສປປ ລາວ ແລະ ກອງບັນຊາການຕໍາຫຼວດ ແຂວງວິງລອງ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະຮ່ວມກັນ ໃນວັນທີ 5 ພຶດສະພາ 2018 ຢູ່ທີ່ໂຮງແຮມຊຽງຂວາງ ໂຮເທວ ຝ່າຍລາວນໍາໂດຍ ພັອ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ຝ່າຍຫວຽດນາມນໍາໂດຍ ພັອ ຫງ້ຽນ ວັນເເຮ່ວ ຫົວໜ້າກອງບັນຊາການຕໍາຫຼວດ ແຂວງວິງລອງ ສສ ຫວຽດນາມ, ມີບັນດາພະນັກງານຂັ້ນນໍາພາ-ບັນຊາ ທັງສອງກອງບັນຊາການເຂົ້າຮ່ວມ.

ການພົບປະແລກປຽນບົດຮຽນຄັ້ງນີ້ ແມ່ນເນື່ອງໃນໂອກາດທີ່ທາງຄະນະນໍາກອງບັນຊາການຕໍາຫຼວດ ແຂວງວິງລອງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມ ແລະ ເຮັດວຽກນໍາກອງບັນຊາການ ປກສ ແຂວງຊຽງຂວາງ, ເຊິ່ງ ພັອ ບຸນລົດ ຄໍາແພງພັນ ໄດ້ລາຍງານສະພາບການໂດຍຫຍໍ້ຂອງແຂວງຊຽງຂວາງ ໂດຍສະເພາະເເມ່ນສະພາບຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ, ລັກຊັບພົນລະເມືອງ, ຄ້າຂາຍເຖື່ອນ, ນັກເລງອັນຕະພານ ແລະອື່ນໆ ເປັນປະກົດການຫຍໍ້ທໍ້ທີ່ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ; ໃນປີ 2017 ທົ່ວແຂວງຊຽງຂວາງ ມີຄະດີເກີດຂຶ້ນທັງໝົດ 590 ເລື່ອງ ໃນນີ້ຄະດີອາຍາ 159 ເລື່ອງ, ຄະດີເສດຖະກິດ 34 ເລື່ອງ, ຄະດີຄ້າມະນຸດ 21 ເລື່ອງ, ຄະດີຢາເສບຕິດ 49 ເລື່ອງ, ອຸບັດຕິເຫດເກີດຂຶ້ນ 117 ຄັ້ງ ແລະ ອັກຄີໄພ 11 ເລື່ອງ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນວິຊາສະເພາະເຊິ່ງກັນແລະກັນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະທັງສອງຝ່າຍ ແລະ ຍັງເປັນການສ້າງສາຍພົວພັນ, ຮັດແໜ້ນຄວາມສາມັກຄີສາຍພົວພັນມິດຕະພາບ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການ ປກສ ແຂວງຊຽງຂວາງ ກັບກອງບັນຊາການຕໍາຫຼວດ ແຂວງວິງລອງ ເພື່ອພ້ອມກັນເສີມຂະຫຍາຍມູນເຊື້ອສາມັກຄີອັນພິເສດນີ້ໃຫ້ຈະເລີນງອກງາມ ແລະ ນັບມື້ນັບເພີ່ມທະວີຂຶ້ນເລື້ອຍໆ.