ໃນວັນທີ 8 ພຶດສະພາ 2018, ບໍລິສັດ ລາວບໍລິການຄວາມປອດໄພ ຈຳກັດ (ລປພ) ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຮົບຮອບ 132 ປີ (1 ພຶດສະພາ 1886-1 ພຶດສະພາ 2018) ເພື່ອເຮັດໃຫ້ພະນັກງານພາຍໃນ ລປພ ເຂົ້າໃຈມູນເຊື້ອວັນດັ່ງກ່າວ ແລະ ເສີມຂະຫຍາຍທາດແທ້ຂອງຊົນຊັ້ນກໍາມະກອນ; ໃຫ້ກຽດປາຖະກະຖາໂດຍ ພັອ ດຳດີ ອ້ວນມະນີວົງ ອຳນວຍການ ລປພ ພ້ອມດ້ວຍພະນັກງານຫຼັກແຫ່ຼງເຂົ້າຮ່ວມ.

ພັອ ດຳດີ ອ້ວນມະນີວົງ ໄດ້ຍົກໃຫ້ເຫັນເນື້ອທີ່ສຳຄັນຂອງການເຕີບໃຫຍ່ຂະຫຍາຍຕົວຂອງວັນກຳມະກອນສາກົນ ຄົບຮອບ 132 ປີ (1 ພຶດສະພາ 1886-1 ພຶດສະພາ 2018) ວ່າ: ວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດສະຫະລັດອາເມລິກາ ຢູ່ຕົວເມືອງຊິກາໂກ ທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນວ່າ: ”ແຕ່ນີ້ຕໍ່ໄປ ບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະອື່ນໆ; ມີຜູ້ເຂົ້າຮ່ວມໂຮມຊຸມນຸມປະທ້ວງ 340.000 ຄົນ, ເຊິ່ງພວກເຂົາໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກໍາມະກອນໃນມື້ໜຶ່ງ 8 ຊົ່ວໂມງ; ຂະບວນການດັ່ງກ່າວແມ່ນຖືກພວກນາຍທຶນສົມທົບກັບເຈົ້າໜ້າທີ່ໄດ້ຍິງປືນກວາດໃສ່ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ; ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມລິກາ, ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນທົ່ວໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.

ມາຮອດວັນທີ 14 ກໍລະກົດ 1889, ກອງປະຊຸມພັກຄອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ ( ປະເທດຝຣັ່ງ ) ມີຜູ້ເຂົ້າຮ່ວມກອງປະຊຸມ 393 ຄົນ ເຊິ່ງມາຈາກ 22 ປະເທດ; ໄດ້ເຫັນດີກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ; ສະເພາະຢູ່ ສປປ ລາວ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ຈັດຕັ້ງໂຮມຊຸມນຸມໃຫຍ່ ເພື່ອລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກໍາມະກອນ ແລະ ຊາວຜູ້ອອກແຮງງານ.