ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໃນວັນທີ 8 ພຶດສະພາ 2018, ເພື່ອໃຫ້ບັນດາພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງ ປກສ ໄດ້ຮັບຮູ້ເຖິງເນື້ອໃນຂອງກົດໝາຍສະບັບນີ້ ແລ້ວນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ເຜີຍແຜ່ໃຫ້ຮູ້ວ່າ: ກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ປະກອບມີ IX ພາກ, 5 ໝວດ, 55 ມາດຕາ, ໃນນີ້ປັບປຸງ 46 ມາດຕາ ແລະ ເພີ່ມເຂົ້າໃໝ່ 6 ມາດຕາ, ທີ່ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກຳລັງດັ່ງກ່າວມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກງານທີ່ກ້າວໜ້າ ແລະ ທັນສະໄໝແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ສະເພາະມາດຕາ 2 ໄດ້ລະບຸໄວ້ວ່າ: ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດມາຈາກປະຊາຊົນ ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງຢູ່ໃຕ້ການຊີ້ນຳ-ນຳພາເດັດຂາດ, ໂດຍກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ, ມີພາລະບົດບາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງປະກອບມີກຳລັງປ້ອງກັນຄວາມສະຫງົບອາຊີບ ແລະ ເຄິ່ງອາຊີບ.