ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນຂອງກຳລັງປ້ອງກັນຄວາມສະຫງົບ ປະຈຳປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018 ຂຶ້ນໃນວັນທີ 7 ພຶດສະພາ 2018, ໂດຍການເປັນປະທານຂອງ ພັທ ໜູຈອນ ກ້ອນທອງດຳ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການ, ເຂົ້າຮ່ວມໂດຍ ພົຈວ ຄຳໄຕ ຄຳແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ, ມີຕາງ ໜ້າບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ ທົ່ວປະເທດເຂົ້າຮ່ວມ.

ພັທ ນາງ ທອງປັນ ພົມຫຼ້າວົງ ຮອງຫົວໜ້າກົມການເງິນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອພ້ອມກັນຕີລາຄືນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການເງິນໃນໄລຍະ 1 ປີທີ່ຜ່ານມາ, ຄົ້ນຄວ້າ, ແລກປ່ຽນ ແລະ ຖອດຖອນບົດຮຽນນຳບັນດາກົມກອງ, ກອງບັນຊາການ ປກສ ແຂວງ ທົ່ວປະເທດ, ປກສ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມດ້ານດີ ແລະ ແກ້ໄຂດ້ານອ່ອນຂໍ້ຄົງຄ້າງໃຫ້ຂາດຕົວ. ເຊິ່ງການເຄື່ອນໄຫວວຽກງານການເງິນປ້ອງກັນຄວາມສະຫງົບ ປະຈຳປີ 2017 ຜ່ານມາ ໄດ້ຕິດຕາມ, ກວດກາ, ຊຸກຍູ້ຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍງົບປະມານໄດ້ຕາມແຜນທີ່ກະຊວງການເງິນອະນຸມັດ ແລະ ລວມສູນ ຢູ່ພະລາທິການແຕ່ລະຂັ້ນ, ວຽກງານບໍລິຫານສັງລວມຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ໄດ້ທັງໝົດ 8.789 ສະບັບ, ເກັບມ້ຽນສຳນວນສຳເນົາເອກະສານຕ່າງໆໄວ້ເປັນລະບົບ. ນອກນີ້, ຍັງໄດ້ຄຸ້ມຄອງປົກປັກຮັກສາຊັບສົມບັດຄົງທີ່, ອຸປະກອນເຕັກນິກພາຍໃນກົມການເງິນ ຖືກຕ້ອງຕາມລະບຽບຫຼັກການ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານການເງິນຢູ່ກົມກອງຂອງຕົນ ຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ບົດສະຫຼຸບດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.

ພົຈວ ຄຳໄຕ ຄຳແພງເພັດ ໄດ້ເນັ້ນໜັກໃຫ້ພະນັກງານການເງິນທຸກສະຫາຍເອົາໃຈໃສເຊື່ອມຊຶມແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດຖະບານຢ່າງເລິກເຊິ່ງ, ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນວຽກງານວິຊາສະເພາະຂອງຕົນ ເພື່ອພ້ອມກັນສ້າງບາດກ້າວອັນໃໝ່ໃນການປັບປຸງວຽກງານການເງິນຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງບົນພື້ນຖານການປະຢັດມັດທະຍັດ.