ສຳນັກຂ່າວກຽວໂດຂອງຍີ່ປຸ່ນ ລາຍງານ ວ່າ: ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ຫຼີ ເຄີສຽງ ນາຍົກລັດຖະມົນຕີຈີນ ແລະ ປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫຼີ ໄດ້ຫາລືເຖິງແນວທາງໃນການຮັດແໜ້ນ ຄວາມຮ່ວມມືໃນການເຮັດໃຫ້ ສປປ ເກົາຫຼີ ຢຸດໂຄງການນິວເຄຼຍ ແລະ ຂີປະນາວຸດ, ໃນລະຫວ່າງກອງປະຊຸມສຸດ ຍອດຜູ້ນຳຂອງ 3 ປະ ເທດ.

ກອງປະຊຸມສຸດຍອດຜູ້ນຳ 3 ປະເທດ ລະຫວ່າງ ຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ຈັດຂຶ້ນພາຍຫຼັງກອງປະຊຸມຄັ້ງປະຫວັດ ສາດລະຫວ່າງທ່ານ ມຸນ ແຈອິນ ຜູ້ນຳ ສ.ເກົາຫຼີ ແລະ ທ່ານ ຄິມ ຈອງອຶນ ຜູ້ນຳ ສປປ ເກົາຫຼີ ໃນທ້າຍເດືອນ ທີ່ຜ່ານມາ ແລະ ຍັງເປັນກອງປະຊຸມທີ່ຈັດຂຶ້ນກ່ອນໜ້າກອງປະຊຸມສຸດຍອດລະຫວ່າງທ່ານ ຄິມ ຈອງອຶນ ແລະ ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ.

ທີ່ຜ່ານມາ, 3 ປະເທດເຫຼົ່ານີ້ ໄດ້ຜັດປ່ຽນກັນເປັນເຈົ້າພາບກອງປະຊຸມແຕ່ໄລຍະຫຼັງໆມາໄດ້ມີການເລື່ອນກອງປະ ຊຸມອອກໄປອັນເນື່ອງມາຈາກບັນຫາຄວາມສຳພັນພາຍໃນ, ຄວາມວຸ້ນວາຍທາງການເມືອງ ແລະອື່ນໆ.

ນອກຈາກນີ້, ຜູ້ນຳທັງ 3 ປະເທດ ກໍໄດ້ຫາລືກັນໃນເລື່ອງການຄ້າເສລີ ເຊິ່ງມີວາລະການເຈລະຈາເລື່ອງຂໍ້ຕົກ ລົງການຄ້າເສລີ 3 ຝ່າຍ ເຊັ່ນກັນ.