ໜ້າຫຼັກ Tags ເມືອງສິງ

Tag: ເມືອງສິງ

ສະຫຼຸບຖອດຖອນບົດຮຽນ ວຽກງານຕ້ານປະກົດການຫຍໍ້ທໍ້ ໃນຂົງເຂດເມືອງສິງ

ກອງປະຊຸມຖອດຖອນບົດຮຽນ ວຽກງານຕ້ານປະກົດການຫຍໍ້ທໍ້ ໃນຂົງເຂດເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2018 ເຂົ້າຮ່ວມໂດຍ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງສິງ ມີບັນດາຫ້ອງການອ້ອມຂ້າງເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ແທນກອງປະຊຸມໄດ້ຟັງຜົນການຕ້ານປະກົດການຫຍໍ້ທໍ້ ແລະ ທິດທາງແຜນການໃນຕໍ່ໜ້າວ່າ: ພາຍຫຼັງໄດ້ຮັບແຕ່ງຕັ້ງຄະນະສະເພາະກິດ ກໍໄດ້ປະຊຸມເອກະພາບກັນລົງຕິດຕາມກວດກາເຄື່ອນໄຫວ ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

ສະຫຼຸບການຫັນເອົາກຳລັງ ປກສ ກຸ່ມບ້ານທົ່ງໃໝ່ ລົງສູ່ຮາກຖານ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບການຫັນເອົາກຳລັງ ປກສ ກຸ່ມບ້ານທົ່ງໃໝ່ ລົງກໍ່ສ້າງຮາກຖານຢູ່ບ້ານຫ້ວຍນໍ້າແດງ ໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ບຸນຫອມ ລໍວັນຕຽງ ເລຂາຄະນະພັກຮາກຖານກຸ່ມບ້ານທົ່ງໃໝ່, ມີ ພັຕ ຄຳເຕົ່າ ກຳລັດສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ, ມີຫົວໜ້າ ປກສ ກຸ່ມບ້ານທົ່ງໃໝ່, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ...