ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບການຫັນເອົາກຳລັງ ປກສ ກຸ່ມບ້ານທົ່ງໃໝ່ ລົງກໍ່ສ້າງຮາກຖານຢູ່ບ້ານຫ້ວຍນໍ້າແດງ ໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ບຸນຫອມ ລໍວັນຕຽງ ເລຂາຄະນະພັກຮາກຖານກຸ່ມບ້ານທົ່ງໃໝ່, ມີ ພັຕ ຄຳເຕົ່າ ກຳລັດສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ, ມີຫົວໜ້າ ປກສ ກຸ່ມບ້ານທົ່ງໃໝ່, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ພັຕ ຄຳປ່ຽງ ສີສະຫວາດ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 113/ປກສ ມສ ລົງວັນທີ 21 ພຶດສະພາ 2018 ວ່າດ້ວຍການອະນຸຍາດສະຫຼຸບວຽກງານລົງກໍ່ສ້າງຮາກຖານໄລຍະສັ້ນ ຜ່ານການລົງກໍ່ສ້າງຮາກຖານມາແຕ່ຕົ້ນປີ 2018, ມາເຖິງປັດຈຸບັນ ສາມາດເກັບກຳສະຖິຕິທົ່ວບ້ານຫ້ວຍນໍ້າແດງ ມີ 135 ຫຼັງຄາເຮືອນ, ມີ 150 ຄອບຄົວ, ພົນລະເມືອງ 712 ຄົນ ຍິງ 328 ຄົນ, ຂຶ້ນບັນຊີເປົ້າໝາຍໄດ້ 92 ຄົນ ຍິງ 33 ຄົນ, ໃນນັ້ນ, ເປົ້າໝາຍເສບຢາບ້າ 50 ຄົນ ຍິງ 10 ຄົນ, ເສບຝິ່ນ 38 ຄົນ ຍິງ 8 ຄົນ, ລັກແຕ່ງງານກັບຄົນຕ່າງປະເທດ 24 ຄົນ, ເປົ້າໝາຍລັກຊັບພົນລະເມືອງ 6 ຄົນ ແລະ ເປົ້າໝາຍກໍ່ອາລະວາດຕີກັນ 8 ຄົນ, ມ້າງຄະດີຢ່າເສບຕິດໄດ້ 1 ເລື່ອງ, ຢຶດຂອງກາງຢາບ້າໄດ້ 51 ເມັດ, ດັດແກ້ສຳມະໂນຄົວໄດ້ 37 ຫົວ, ແຍກປຶ້ມ 2 ຫົວ, ສ້າງບົດບັນທຶກຄອບຄົວປ້ອງກັນຄວາມສະຫງົບດີ 150 ຄອບຄົວ, ສຶກສາອົບຮົມຜູ້ທີ່ມີອາວຸດລ່າເນື້ອ 55 ຄົນ.

ໂອກາດດັ່ງກ່າວ ພັຕ ຄຳເຕົ່າ ກຳລັດສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ໄດ້ສະແດງຄຳຊົມເຊີຍຕໍ່ຜົນງານທີ່ເຮັດໄດ້ ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ປກສ ກຸ່ມບ້ານ ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນບ້ານນຳພາພໍ່-ແມ່ປະຊາຊົນຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.