ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນແລະຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັບເປົ້າໝາຍຊື່ ນາງ ເບົາຢາງ ອາຍຸ 18 ປີ ຢູ່ບ້ານນາເລົາ ເມືອງໂພນ ໂຮງແຂວງວຽງຈັນ ພ້ອມຂອງກາງຢາບ້າ ຈຳນວນ 1.129 ເມັດ ໃນວັນທີ 11 ພຶດສະພາ 2018 ໄປສອບສວນ.

ນາງ ເບົາຢາງ ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ພາຍຫຼັງສ້າງຄອບຄົວກັບ ທ້າວ ເມັງວື ຢູ່ບ້ານນາເລົາ ເມືອງໂພນໂຮງ ໃນປີ 2014 ແຕ່ໃຊ້ຊີວິດຮ່ວມກັນບໍ່ໄດ້ ຈຶ່ງແຍກທາງກັນ. ມາທ້າຍປີ 2017, ພວກກ່ຽວໄດ້ກັບຄືນມາໃຊ້ຊີວິດ ຜົວ-ເມຍນຳ ກັນອີກຄັ້ງ ແລະ ຮູ້ວ່າ ທ້າວ ເມັງວື ລັກລອບຊື້-ຂາຍຢາເສບຕິດ ມາຮອດເດືອນມີນາ 2018 ຜົວຖືກ ເຈົ້າໜ້າທີ່ກັກຕົວດຳເນີນຄະດີຂໍ້ຫາຄ້າຂາຍຢາເສບຕິດ. ຈາກນັ້ນ, ມາ ນາງ ເບົາຢາງ ໄດ້ລັກລອບຊື້ຂາຍຢາເສບຕິດ ຈົນມາຮອດເດືອນເມ ສາ 2018 ໄດ້ຊື້ຢາບ້າຈຳນວນ 1.329 ເມັດ ແລ້ວນຳໄປຂາຍໃຫ້ໄວລຸ້ນຄັ້ງລະ 100-200 ເມັດ ໂດຍ ນຳໃຊ້ເຮືອນຂອງຜົວຢູ່ບ້ານນາເລົ່າ ເປັນບ່ອນຂາຍຢາບ້າ. ມາວັນທີ 11 ເມສາ 2018, ເຈົ້າໜ້າທີ່ໄດ້ເຂົ້າ ຈັບ ຕົວຄາເຮືອນ ພ້ອມທັງກວດຄົ້ນພົບຢາບ້າ ຈຳນວນ 1.129 ເມັດ ໄປດຳເນີນຄະດີ.ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ພວມສືບຕໍ່ສອບສວນຂະຫຍາຍຜົນຫາພັກ ພວກທີ່ເປັນຫົວໂປ່ໂຕການ ແລະ ທີ່ມາຂອງຢາເສບຕິດ ຈຳນວນດັ່ງກ່າວ ແລະ ຈະໄດ້ສະຫຼຸບສຳນວນຄະດີສົ່ງ ໃຫ້ອົງການໄອຍະການສືບຕໍ່ດຳເນີນຕາມຂະບວນການກົດໝາຍຕໍ່ໄປ.