ອາທິດຜ່ານມາ, ຮາກຖານຊາວໜຸ່ມ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2018-2023) ເຂົ້າຮ່ວມຂອງ ທ່ານ ຄຳກ້ອນ ມາລາຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກລາຍ ແລະ ພັທ ສູນທອນ ພູມມາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ມີບັນດາຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມອ້ອມຂ້າງກອງບັນຊາການໃນກຳລັງປ້ອງກັນຄວາມສະຫງົບເມືອງປາກລາຍ.

ພັຕ ສຸລິສັກ ສີໄຊມູນ ເລຂາຊາວໜຸ່ມຮາກຖານກອງບັນຊາການ ປກສ ເມືອງປາກລາຍ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ວ່າ: ຕະຫຼອດໄລຍະຜ່ານມາ, ຊາວໜຸ່ມພວກເຮົາໄດ້ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕັ້ງໜ້າເຄື່ອນໄຫວເຮັດໜ້າທີ່ປ້ອງກັນຄວາມສະຫົງບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍຫັນລົງກໍ່ສ້າງຮາກຖານການເມືອງ, ປຸກລະດົມຂົນຂວາຍປະຊາຊົນ ແລະ ປະຕິບັດທຸກມະຕິຄຳສັ່ງຂອງຜູ້ບັງຄັບບັນຊາຢ່າງເຂັ້ມງວດ ພ້ອມທັງຮັກສາໄດ້ລະບອບປະຈຳການ, ກຽມພ້ອມສູ້ຮົບ, ປ້ອງກັນກອງປະຊຸມ, ວັນສຳຄັນຂອງພັກ-ຂອງຊາດ ແລະ ບຸນປະເພນີຂອງທ້ອງຖິ່ນ, ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ໃນກອງປະຊຸມ ທ່ານ ສົມພອນ ສີຈະເລີນ ຫົວໜ້າໜ່ວຍງານຈັດຕັ້ງຊາວໜຸ່ມເມືອງປາກລາຍ ຂຶ້ນຜ່ານຂໍ້ຕົກລົງຂອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກລາຍ ເລກທີ 137/ຄຊປປລ, ລົງວັນທີ 24 ພຶດສະພາ 2018 ວ່າດ້ວຍການເອົາສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ພົ້ນກະສຽນອອກຈາກອົງການຈັດຕັ້ງຊາວໜຸ່ມ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ; ຜ່ານມະຕິຕົກລົງຂອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກລາຍ ເລກທີ 139/ຄຊປ.ປລ, ລົງວັນທີ 24 ພຶດສະພາ 2018 ວ່າດ້ວຍການສ້າງຕັ້ງຄະນະຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ກອງບັນຊາການ ປກສ ເມືອງ, ຜ່ານຂໍ້ຕົກລົງຂອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ເລກທີ 140/ຄຊປປລ ວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ຂອງກອງບັນຊາການ ປກສ ເມືອງປາກລາຍ ປະກອບມີ 5 ສະຫາຍ ຄື: ພັຕ ສຸລິສັກ ສີໄຊມູນ ເປັນເລຂາ, ຮທ ລັດດາວີ ຈັນທະວົງ, ຮທ ໜຽວສັກ ປັດຕະກອນ ແລະ ຮອ ໄຊສະຫວັນ ຈັນທະເວດ ແລະ ຮທ ສົມໝາຍ ມາລາຈັນ ເປັນຮອງ.

ກອງປະຊຸມຍັງໄດ້ຄົ້ນຄວ້າປະຊາມະຕິການແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍຊາວໜຸ່ມໃນ 4 ໜ່ວຍ ທີ່ຂຶ້ນກັບຮາກຖານຊາວໜຸ່ມກອງບັນຊາການ ປກສ ເມືອງ ຄື: ໜ່ວຍຊາວໜຸ່ມພະແນກຫ້ອງການ, ໜ່ວຍຊາວໜຸ່ມພະແນກສັນຕິບານ, ໜ່ວຍຊາວໜຸ່ມພະແນກຕຳຫຼວດ ແລະ ໜ່ວຍຊາວໜຸ່ມພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.

ໃນຕອນທ້າຍ, ທ່ານ ຄຳກ້ອນ ມະລາຈັນ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມ ຈົ່ງສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດ, ມີລະບຽບວິໄນຢ່າງເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກງານວິຊາສະເພາະໃຫ້ດີຂຶ້ນ, ເອົາໃຈໃສ່ຮ່ວມຊີວິດໜ່ວຍຊາວໜຸ່ມຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນແລະກັນ, ເສຍເງິນບຳລຸງສະຕິຊາວໜຸ່ມປົກກະຕິ, ເພີ່ມທະວີສ້າງຂະບວນການດ້ານຕ່າງໆໃຫ້ມີບັນຍາກາດຟົດຟື້ນ ແລະ ແກ້ໄຂນະໂຍບາຍຊີວິດການເປັນຢູ່ຂອງອ້າຍ-ນ້ອງໃຫ້ດີຂຶ້ນກວ່າເກົ່າ, ຮັກສາໄດ້ຄວາມສາມັກຄີພາຍໃນກຳລັງຊາວໜຸ່ມ ໃຫ້ເປັນອັນໜຶ່ງອັນດຽວກັນກຽມພ້ອມສູ້ຮົບ, ປະຕິບັດລະບອບປະຈຳການຕະຫຼອດ 24 ຊົ່ວໂມງ ພ້ອມທັງຮັກສາໄດ້ 3 ສາມັກຄີ 4 ບຸກ ໃຫ້ສົມກັບວ່າ ເຈົ້າໜ້າທີ່ຮັກສາຄວາມສະຫງົບໃຫ້ປະຊາຊົນ.