ນັກສຶກສາ ຮຸ່ນ 20/4 ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ( ວປສ ) ກະຊວງ ປກສ ຂະແໜງ 813, ນໍາໂດຍ ພັທ ປອ ບຸນຍົງ ຈັນທະມານ ຫົວໜ້າຄະນະວິຊາຄູ 813 ວປສ ແຫ່ງຊາດ ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໃນວັນທີ 4 ມິຖຸນາ 2018 ເພື່ອຖອດຖອນເອົາບົດຮຽນ, ວິທີການ ແລະ ຫຼັກການພື້ນຖານການສ້າງຕາໜ່າງສືບຂ່າວ ໂດຍການຕ້ອນຮັບຂອງ ພັທ ເຄນວອນ ລໍວັນໄຊ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ, ມີພະນັກງານ-ນັກຮົບ, ນັກສຶກສາເຂົ້າຮ່ວມ ຈໍານວນ 60 ກວ່າສະຫາຍ.

ພັທ ສົມແພງ ຈັນທະເຮືອງ ຫົວໜ້າພະແນກ 203 ຫ້ອງສັນຕິບານ ຂຶ້ນຜ່ານບົດສະຫຼຸບຫ້ອງສັນຕິບານໂດຍຫຍໍ້ທີ່ປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບທີ່ຕັ້ງຈຸດພິເສດຂອງແຂວງບໍລິຄໍາໄຊ, ຍົກໃຫ້ເຫັນສິດພາລະບົດບາດຂອງພະແນກ 203 ພ້ອມກັບສະພາບການ ແລະ ບັນຫາຕ່າງໆທີ່ເກີດຂຶ້ນ ໃນລະຫວ່າງປີ 2017 ເຊິ່ງໄດ້ມີການສ້າງແຜນການຢ່າງລະອຽດ ແລະ ຈັດຕັ້ງປະຕິບັດ ສາມາດເຮັດສຳເລັດຢ່າງມີປະສິດທິຜົນສູງ, ແກ້ໄຂສະຖານະການ ແລະ ສະພາບການໄດ້ທ່ວງທັນ. ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນບາດກ້າວກະກຽມ ແລະ ວິທີການຈັດຕັ້ງປະຕິບັດ ແລະ ຫຼັກການໃນການສ້າງຕາໜ່າງພື້ນຖານສືບຂ່າວ ເພື່ອໃຫ້ນັກສືກສາ ແລະ ຄູ-ອາຈານໄດ້ຮັບຮູ້ ແລະ ເຂົ້າໃຈ.

ໃນໂອກາດດຽວກັນ ພັທ ເຄນວອນ ລໍວັນໄຊ ຫົວໜ້າຫ້ອງສັນຕິບານ ກ່າວວ່າ: ການລົງມາຢ້ຽມຂອງພວກສະຫາຍນັກສຶກສາຄັ້ງນີ້, ກໍຖືວ່າເປັນໂອກາດທີ່ດີ ແລະ ມີຄວາມໝາຍ ເພາະການລົງມາຢ້ຽມ ກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງ ນັກສຶກສາ ແລະ ພະນັກງານຂອງຫ້ອງສັນຕິບານ ເພື່ອນໍາມາໄຈ້ແຍກວ່າການເຮັດວຽກຕົວຈິງ ແລະ ການສຶກສາຮໍ່າຮຽນມີຄວາມແຕກຕ່າງກັນຄືແນວໃດ ເພື່ອໄດ້ນໍາເອົາບົດຮຽນຕົວຈິງດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນການສຶກສາຮໍ່າຮຽນໃຫ້ດີທີ່ສຸດ.