ກອງພັນເຄື່ອນທີ່ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ຂຶ້ນ ໃນທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ພັທ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ເຂົ້າຮ່ວມຂອງ ພັທ ຄຳພູ ແກ້ວອິນໄພວົງ ຮອງກອງພັນເຄື່ອນທີ່ ປກສ ແຂວງອັດຕະປື, ມີຄະນະນຳ-ຄະນະບັນຊາ, ຄະນະກອງຮ້ອຍ, ໝວດ, ໝູ່ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ຄຳພູ ແກ້ວອິນໄພວົງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວ ປະຈຳປີ 2018 ຂອງກອງພັນເຄື່ອນທີ່ ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2018 ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຊີ້ນຳ-ນຳພາກົມກອງ ແລະ ຂອດປະສານສົມທົບກັບບັນດາຫ້ອງອ້ອມຂ້າງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເຄື່ອນໄຫວຕິດຕາມສະພາບການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ສະພາບກຸ່ມແກ້ງກວນເມືອງ, ຂັບລົດໄວໃຊ້ສຽງດັງ, ນັກເລງອັນຕະພານ, ການນຳໃຊ້ລົດທີ່ບໍ່ຖືກຕ້ອງ, ດັດແປງສະພາບເຕັກນິກຂອງລົດ, ຕິດເຄື່ອງສຽງດັງເກີນຂອບເຂດເປັນຕົ້ນ. ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ໃນການປ້ອງກັນເວນຍາມກອງປະຊຸມ, ປ້ອງກັນການນຳພັກ-ລັດທັງພາຍໃນ ແລະ ຕ່າງປະເທດ, ປ້ອງກັນສຳນັກງານ-ອົງການ, ທະນາຄານ, ບໍລິສັດ, ການເຄື່ອນຍ້າຍວັດຖຸມີຄ່າ, ງານວາງສະແດງ, ງານບຸນປະເພນີ ແລະ ການປ້ອງກັນອື່ນໆ.

ພັທ ພູນສະຫວັນ ພັນທະເສນາ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍ້ອງຍໍຊົມເຊີຍມາຍັງຄະນະນຳ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບຂອງກອງພັນເຄື່ອນທີ່-ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງສຸດຄວາມສາມາດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມປອດໄພໂດຍພື້ນຖານ. ພ້ອມນັ້ນ, ທ່ານຍັງຮຽກຮ້ອງໃຫ້ຄະນະນຳ-ຄະນະບັນຊາຈົ່ງໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບໃນກົມກອງຂອງຕົນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສຳເລັດ ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເວົ້າລວມ, ເວົ້າສະເພາະກໍແມ່ນແຂວງອັດຕະປື ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.